ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 09/04/2026 16:19:15 ຈຳນວນຢ້ຽມຊົມ 24 ຄັ້ງ ໃນວັນທີ 9 ເມສາ 2026, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເຈິ່ນ ເກີມ ຕູ໊, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນສັນຍາລັກທີ່ສະແດງເຖິງຄວາມມີຊີວິດຊີວາ ແຫ່ງຄວາມຜູກພັນອັນສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຢ່າງເລິກເຊິ່ງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ, ບໍ່ຄືໃຜ ແລະ ບໍ່ມີປະເທດໃດຄື. ການຢ້ຽມຢາມຂອງ ສະຫາຍ ເຈິ່ນ ເກີມ ຕູ໊ ໃນຄັ້ງນີ້ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ ເພາະເປັນການເຄື່ອນໄຫວຕ່າງປະເທດຄັ້ງທໍາອິດ ໃນຕໍາແໜ່ງ ໃໝ່ອັນສໍາຄັນຂອງສະຫາຍ ແລະ ມີຂຶ້ນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ກະກຽມສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569. ພ້ອມດຽວກັນນັ້ນ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີີພັນດອນ ກໍໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາຊົມເຊີຍ ເຖິງ ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ຕະຫຼອດມາ.
ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ອັດລົງຢ່າງສະຫງ່າງາມ ລວມທັງຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດລາວ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI ທີ່ໄດ້ຮັບຮອງເອົາຕໍາແໜ່ງສໍາຄັນສາຍລັດຂອງສອງປະເທດ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍຫຼັງການຍົກລະດັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຂຶ້ນເປັນ “ການເປັນຫຸ້ນສ່ວນຍຸດທະສາດ”, ສາຍພົວພັນດັ່ງກ່າວ ກໍໄດ້ຮັບການເສີມຂະຫຍາຍຢ່າງມີຊີວິດຊີວາ ແລະ ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດ ໂດຍສະເພາະແມ່ນດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຍັງຄົງເປັນເສົາຄໍ້າອັນໜັກແໜ້ນ ຊຶ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຢ່າງເປັນປົກກະຕິແຕ່ສູນກາງລົງຮອດທ້ອງຖິ່ນ, ບັນດາໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ສໍາເລັດຕາມຄາດໝາຍ ເປັນຕົ້ນແມ່ນ ໂຄງການທ່າເຮືອຫວຸ້ງອາງ, ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແລະ ໂຮງໝໍມິດຕະພາບແຂວງຫົວພັນ. ນອກຈາກນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງສູນກາງພັກ ກໍຄື ແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນຊຸກຍູ້ບັນດາໂຄງການເຊື່ອມຈອດພື້ນຖານໂຄງລ່າງທີ່ສໍາຄັນ ໃຫ້ມີຄວາມຄືບໜ້າ ເຊັ່ນ: ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸ້ງອາງ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການສາຍສົ່ງໄຟຟ້າ 500 KV ເພື່ອເຊື່ອມຈອດສາຍສົ່ງລະບົບສູ່ລະບົບຂອງສອງປະເທດ. ສອງຝ່າຍ ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອການຮັບມືກັບສະພາບການຕ່າງໆຢ່າງທັນການ ແລະ ສືບຕໍ່ກະກຽມໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027 ທີ່ຈະມາເຖິງນີ້ ເພື່ອສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.
ໃນຂະນະດຽວກັນ, ສະຫາຍ ເຈິ່ນ ເກີມ ຕູ໊ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ພ້ອມທັງໄດ້ຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດ ປີໃຫມ່ລາວ ພ.ສ 2569 ທີ່ຈະມາເຖິງນີ້.
09/04/2026 18:24:41
09/04/2026 16:19:15
09/04/2026 15:59:55
08/04/2026 16:13:55
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23
10/04/2025 15:18:32
