ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າອວຍພອນປີໃໝ່ລາວ ພສ 2569
ເຜີຍແຜ່ໂດຍ: moderator ເວລາ: 08/04/2026 16:13:55 ຈຳນວນຢ້ຽມຊົມ 36 ຄັ້ງ ໃນຕອນເຊົ້າຂອງວັນທີ 8 ເມສາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ມິງ ເຕີມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569, ເຊິ່ງໄດ້ນໍາເອົາມິດຈິດມິດໃຈ, ຄວາມສາມັກຄີຮັກແພງ ຖານມິດສະຫາຍອ້າຍນ້ອງທີ່ໃກ້ຊິດ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ທຸກຖ້ວນໜ້າ; ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຂອງ ສະຖານທູດ ໃນການປະສານສົມທົບຢ່າງແໜ້ນແຟ້ນ ກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວຕໍ່ ແລະ ຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ ກໍຄື ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຢ່າງມີໄຊ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນສໍາຄັນຂອງ ຄະນະພົວພັນຕ່າງ ປະເທດສູນກາງພັກ ເຂົ້າໃນຜົນສໍາເລັດລວມຂອງ ສປປ ລາວ ກໍຄື ການປະກອບສ່ວນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ພ້ອມດຽວກັນນີ້, ສອງຝ່າຍ ແລກປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ຍິນດີປະສານສົມທົບຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຂອງການນໍາຂັ້ນສູງຂອງ ສອງຝ່າຍ, ພ້ອມທັງຮ່ວມກັນເປັນເຈົ້າການປະສານສົມທົບ ໃນການກະກຽມການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນວັນທີ 9 ເມສາ 2026.
08/04/2026 16:13:55
08/04/2026 16:13:39
08/04/2026 09:02:45
07/04/2026 15:35:45
06/04/2026 10:08:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23
10/04/2025 15:18:32
