ສະຫາຍຜູ້ປະຈໍາການຄະນະບໍລິຫານງານສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 01/04/2026 20:43:50 ຈຳນວນຢ້ຽມຊົມ 18 ຄັ້ງ ວັນທີ 31 ມີນາ 2026, ທີ່ສໍານັກງານສູນກາງພັກ, ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນແມ້ງເກືອງ, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈໍາການຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຫງວຽນແມ້ງເກືອງ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນ ແລະ ເພີມທະວີການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການກະກຽມໃຫ້ແກ່ການນໍາຂັ້ນສູງ ພັກ, ລັດ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຕົ້ນເດືອນ ເມສາ 2026 ທີ່ຈະມາເຖິງ; ຢືນຢັນວ່າ ສປປ ລາວ ຍາມໃດກໍ່ຖືສໍາຄັນ ແລະ ໃຫ້ບູລິມະສິດໃນລະດັບສູງສຸດໃນການພັດທະນາການພົວພັນກັບ ສສ ຫວຽດນາມ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ກ້າວເຂົ້າສູ່ລະດັບສູງກວ່າເກົ່າ, ການພົວພັນທາງດ້ານການເມືອງມີຄວາມໜັກແໜ້ນ ແລະ ໄວ້ວາງໃຈກັນໃນລະດັບສູງ, ສະແດງອອກໃນຜົນສໍາເລັດຂອງ ການຢ້ຽມຢາມລັດຖະກິດຂອງການນໍາຂັ້ນສູງ ພັກ, ລັດ ສອງປະເທດ ໃນມໍ່ໆຜ່ານມາ, ການຮ່ວມມືທາງດ້ານ ເສດຖະກິດ - ການຄ້າ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຂົົງເຂດຕ່າງໆລະຫວ່າງສອງປະເທດ ມີບາດກ້າວໃໝ່ທີ່ຕັ້ງໜ້າ; ພ້ອມນັ້ນ, ສະຫາຍ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອງອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດໄລຍະຜ່ານມາ; ຊົມເຊີຍຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຜົນສໍາເລັດການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນຂັ້ນຕ່າງໆ ກ້າວໄປເຖິງການປັບປຸງກົງຈັກການຈັດຕັ້ງລັດຖະບານ. ໃນໂອກາດດັ່ງກ່າວສະຫາຍ ຫງວຽນແມ້ງເກືອງ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດຂອງ ສະຫາຍ ເຈີນເກີ້ມຕູ້ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມາຍັງ ສະຫາຍ ວິໄລ ຫຼ້າຄໍາຟອງ ໃນໂອກາດບຸນປີໃໝ່ລາວ; ຊົມເຊີຍຕໍ່ບັນດາຜົນສໍາເລັດອັນພົ້ນເດັ່ນທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ - ນະຄອນ, ເຊື່ອໝັ້ນວ່າ, ປະຊາຊົນລາວ ຈະສືບຕໍ່ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຢ່າງມີຜົນສໍາເລັດ; ຕີລາຄາສູງຕໍ່ ການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຜ່ານມາ ທີ່ໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ການພົວພັນດ້ານການເມືອງນັບມື້ນັບແໜ້ນແຟ້ນ ແລະ ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ ບັນລຸຜົນສໍາເລັດຢ່າງຕັ້ງໜ້າ, ສອງຝ່າຍ ໄດ້ປະສານສົມທົບກັນຢ່າງມີປະສິດທິຜົນໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂັ້ນສູງ ໂດຍສະເພາະແມ່ນ ການຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມ; ຢືນຢັນວ່າ ຄະນະພັກ ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ ປະສານສົມທົບຢ່າງແໜ້ນແຟ້ນ ກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດລາວ ໃນການຕິດຕາມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ແລະ ສັນຍາຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ ຂອງສອງປະເທດ, ໃນນັ້ນ ສຸມໃສ່ການຫັນເປັນອັນລະອຽດ ບັນດາເນື້ອໃນຂອງ “ການເປັນຫຸ້ນສ່ວນຍຸດທະສາດ” ໃນບັນດາຂົງເຂດການຮ່ວມມືຕ່າງໆໃນຕໍ່ໜ້າ. ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກ ລົງຂອງການນໍາຂັ້ນສູງ, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໃຫ້ປົກກະຕິ; ເພີ່ມທະວີການປະສານສົມທົບ ແລະ ຮ່ວມມື ລະຫວ່າງ ບັນດາອົງການພັກ ແລະ ລັດ ຂອງສອງປະເທດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ວຽກງານກໍ່ສ້າງພັກບຳລຸງສ້າງພະນັກງານ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນວັນດຽວກັນ, ສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນ, ເລທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ຕ້ອນຮັບຄະນະດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຕີລາຄາສູງ ຕໍ່ ໝາກຜົນຂອງການຮ່ວມມື ລະຫວ່າງ ສອງຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ, ຫວັງໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການປະສານສົມທົບ, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນໃນວຽກງານພະນັກງານ, ໂດຍສະເພາະແມ່ນພະນັກງານຢູ່ໃນແຜນບຸກຄະລາກອນ, ວຽກງານບຳລຸງສ້າງ, ຝຶກອົບຮົມ ພະນັກງານການນໍາຂັ້ນຕ່າງໆ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງໃຫ້ຄວາມຕ້ອງການພັດທະນາ ຂອງແຕ່ລະປະເທດ.
ນອກນັ້ນ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂອງ ສະຫາຍ ຫງວຽນແມ້ງເກືອງ ພ້ອມດ້ວຍຄະນະ, ສອງຝ່າຍ ເຫັນດີສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການເປັນເສນາທິການດ້ານຍຸດທະສາດ ວຽກງານພົວພັນຕ່າງປະເທດ ໃຫ້ແກ່ການນຳຂັ້ນສູງຂອງ ສອງພັກ, ສອງລັດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການຄົ້ນຄວ້າ, ປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນ ວຽກງານບຳລຸງສ້າງພະນັກງານທີ່ເຮັດວຽກງານພົວພັນຕ່າງປະເທດຂອງພັກ; ສອງຝ່າຍ ໄດ້ຢືນຢັນວ່າ ໃນສະພາບການໂລກ ແລະ ພາກພື້ນ ທີ່ມີການປ່ຽນແປງຢ່າງໄວວາ ແລະ ສັບສົນ, ການເພີ່ມທະວີການປະສານສົມທົບ ລະຫວ່າງ ບັນດາອົງການຕ່າງປະເທດຂອງສອງພັກ ແມ່ນສຳຄັນທີ່ສຸດ, ປະກອບສ່ວນຍົກສູງປະສິດທິຜົນວຽກງານ ການເປັນເສນາທິການ, ຮັບ ປະກັນຜົນປະໂຫຍດແຫ່ງຊາດ ຂອງແຕ່ລະປະເທດ, ພ້ອມທັງສ້າງແວດລ້ອມ ສັນຕິພາບ, ສະຖຽນລະພາບ ໃຫ້ແກ່ການພັດທະນາ.
01/04/2026 20:43:50
30/03/2026 11:20:53
26/03/2026 14:56:32
26/03/2026 14:46:21
25/03/2026 10:53:01
23/03/2026 09:07:35
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
03/02/2025 08:56:07
17/11/2022 14:37:24
26/02/2025 15:29:23
