ສະຫາຍ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຕ້ອນຮັບ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ
ເຜີຍແຜ່ໂດຍ: moderator ເວລາ: 26/03/2026 14:56:32 ຈຳນວນຢ້ຽມຊົມ 21 ຄັ້ງ ໃນຕອນເຊົ້າວັນທີ 26 ມີນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນ. ເອັກນາ ເວຍ ວາລເດດສ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ກູບາ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2025).
ໃນໂອກາດດັ່ງກ່າວ ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນ. ເອັກນາ ເວຍ ວາລເດດສ ທີ່ໄດ້ນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການສັງຄົມນິຍົມ ມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກທີມີມາແຕ່ດົນນານ, ໄດ້ຕີລາຄາສູງ ຕໍ່ການຮ່ວມມືປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ກໍ່ຄື ສະຖານເອກອັກຄະລັດຖະທູດກູບາ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ; ໄດ້ແລກປ່ຽນຄໍາຄິດເຫັນ ກັບ ສະຫາຍທູດກູບາ ກ່ຽວກັບ ທິດທາງການຮ່ວມມື ລະຫວ່າງ ສອງພັກ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ກູບາ ໃນຕໍ່ໜ້າ, ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ກັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງ ພັກ, ລັດຂອງສອງປະເທດ ລາວ-ກູບາ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ບັນດາອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງມະຫາຊົນຂອງລາວ ແລະ ກູບາ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ກໍ່ຄື ລະຫວ່າງ ປະຊາຊົນສອງຊາດ ລາວ-ກູບາອ້າຍນ້ອງ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ສະຫາຍ ນ. ເອັກນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ; ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊຶ້ນອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ກູບາ ກໍ່ຄື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມດຽວກັນກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ປະຕິບັດໜ້າທີ່ວຽກງານ ໂດຍສະເພາະໃນການເປັນຂົວຕໍ່ປະສານສົມທົບກັບບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ນັບມື້ແຕກດອກອອກຜົນຍີ່ງໆຂື້ນ.
26/03/2026 14:56:32
26/03/2026 14:46:21
25/03/2026 10:53:01
23/03/2026 09:07:35
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23



