ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ
ເຜີຍແຜ່ໂດຍ: moderator ເວລາ: 26/03/2026 14:46:21 ຈຳນວນຢ້ຽມຊົມ 33 ຄັ້ງ ໃນວັນທີ 26 ມີນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄນະບໍລິຫານງານພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີຄະນະພັກ-ຄະນະນຳ, ຄະນະກົມ ຕະຫຼອດຮອດພະນັກງານທົ່ວ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ເກີລໍ່ ຢ່າງກໍ່, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 1095/ຄລສພ, ລົງວັນທີ 29/12/2025 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ຄຳພັນ ອັ່ນລາວັນ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ເຊິ່ງ ສະຫາຍ ຄຳພັນ ອັ່ນລາວັນ ແມ່ນພະນັກງານຫຼັກແຫຼ່ງຜູ້ໜຶ່ງທີ່ມີຄຸນງາມຄວາມດີ ແລະ ປະກອບສ່ວນສ້າງຜົນງານຢ່າງຫລວງຫລາຍ ຕໍ່ຂະແໜງການຕ່າງປະເທດໃນໄລຍະຜ່ານມາ ເປັນຕົ້ນ ໄດ້ຮັບການແຕ່ງຕັ້ງເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆ. ນອກນັ້ນ, ກ່ອນໜ້ານີ້ ສະຫາຍ ຍັງໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ສປປ ລາວ ປະຈຳ ມາເລເຊຍ ແລະ ປະຈຳ ສ.ອາເມຣິກາ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ມີຄຳເຫັນຕໍ່ ສະຫາຍ ຄຳພັນ ອັ່ນລາວັນ ແລະ ບັນດາຜູ້ເຂົ້າຮ່ວມພິທີວ່າ: ການອອກພັກຜ່ອນຮັບອຸດໜູນ-ບຳນານ ໝາຍເຖິງການເຮັດສຳເລັດໜ້າທີ່ການເມືອງ ຢ່າງສຸດກົກສຸດປາຍ ເຊິ່ງຖືເປັນກຽດອັນສູງສົ່ງຂອງ ສະຫາຍ ທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ຕະຫຼອດໄລະຍ 39 ປີ ຜ່ານມາ, ທັງເປັນແບບຢ່າງທີ່ພະນັກງານ ຄຕພ ຄວນນໍາໄປສຶກສາຮຽນຮູ້. ຕໍ່ຜົນງານດັ່ງກ່າວ, ການຈັດຕັ້ງຈຶ່ງໄດ້ປະຕິບັດນະໂຍບາຍໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຕໍ່ຜູ້ກ່ຽວ ເຊິ່ງເປັນກົດເກນທີ່ພະນັກງານທຸກຂັ້ນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ພາຍຫຼັງເຮັດສຳເລັດການປະຕິບັດໜ້າທີ່ການເມືອງ.
26/03/2026 14:56:32
26/03/2026 14:46:21
25/03/2026 10:53:01
23/03/2026 09:07:35
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23

