ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 24/02/2026 16:27:16 ຈຳນວນຢ້ຽມຊົມ 40 ຄັ້ງ ວັນທີ 24 ກຸມພາ 2026, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອອງ ຊິວ ເກ (Ong Siew Gay), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າ ຄຕພ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດສິງກະໂປ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ສິງກະໂປ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີໝາກຜົນຍິ່ງໆຂຶ້ນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ແລະ ສ້າງຄວາມເຂັ້ມແຂງໃຫ້ອາຊຽນ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສະຫາຍ ຫົວໜ້າ ຄຕພ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫົວໜ້າ ຄຕພ ທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ; ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສິງກະໂປ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສອງຝ່າຍ ຍິນດີປະສານສົມທົບ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ, ລວມທັງການປະສານສົມທົບໃນຂອບອາຊຽນ, ຫຼາຍຝ່າຍ ໃນພາກພື້ນ ແລະ ໃນໂລກ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ.
ໃນຕອນທ້າຍ ສະຫາຍ ຫົວໜ້າ ຄຕພ ໄດ້ອວຍພອນທ່ານ ເອກອັກຄະລັດຖະທູດ ຈົງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ.
24/02/2026 16:27:16
23/02/2026 10:32:09
20/02/2026 16:27:03
19/02/2026 16:07:32
19/02/2026 15:45:08
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
