ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ
ເຜີຍແຜ່ໂດຍ: moderator ເວລາ: 29/01/2026 09:14:39 ຈຳນວນຢ້ຽມຊົມ 29 ຄັ້ງ ໃນຕອນເຊົ້າວັນທີ 28 ມັງກອນ 2026, ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 173 ປີ (28/01/1853 – 28/01/2026) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ - ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ນາງ ບັນດິດ ປະທົມວັນ, ຮອງປະທານສະມາຄົມມິດຕະພາບ ລາວ-ກູບາ, ແລະ ທ່ານ ລີໂອເນວ ກອນຊາເລັຊ (Leonel Gonzalez), ທີ່ປືກສາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ. ນອກຈາກນັ້ນຍັງມີບັນດາ ທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບລາວ - ກູບາ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກການ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວຈົບຈາກ ກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະພາບ ລາວ - ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮເຊ ມາກຕີ (Jose Marti), ຜູ້ທີ່ໄດ້ເສຍສະຫຼະ ເພື່ອການປະຕິວັດຂອງກູບາ, ທັງເປັນ ການສະແດງເຖິງການຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ 2 ຊາດລາວ ແລະ ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ພ້ອມທັງ ເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ແລະ ໝາກຜົນຂອງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ລາວ - ກູບາ ແລະ ທັງເປັນໂອກາດຮຽນຮູ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ.
29/01/2026 09:14:39
23/01/2026 13:31:30
22/01/2026 08:21:21
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
