ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສາກົນໂຕະມົນ ພາຍໃຕ້ຫົວຂໍ້ “ຈິດໃຈຂອງການຮ່ວມມືໃນພາກພື້ນເອີຣົບ-ອາຊີ ທີ່ຍິ່ງໃຫຍ່” ໃນວັນທີ 16 ທັນວາ 2025
ເຜີຍແຜ່ໂດຍ: moderator ເວລາ: 19/12/2025 14:31:40 ຈຳນວນຢ້ຽມຊົມ 19 ຄັ້ງ ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ, ຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມສາກົນໂຕະມົນ ພາຍໃຕ້ຫົວຂໍ້ “ຈິດໃຈຂອງການຮ່ວມມືໃນພາກພື້ນ ເອີຣົບ-ອາຊີ ທີ່ຍິ່ງໃຫຍ່” ໃນວັນທີ 16 ທັນວາ 2025 ຜ່ານວີດີໂອທາງໄກ. ໂດຍການເປັນປະທານ ຂອງ ທ່ານ ອັນເດຣ ກລີມົບ, ຜູ້ປະສານງານປະຈໍາສະພາຣັດເຊຍ “ເວທີປຶກສາຫາລືເອີຣົບ-ອາເຊີ”, ຮອງປະທານຄະນະກໍາມາທິການຮ່ວມມືສາກົນ ແລະ ສະໜັບສະໜູນພົນລະເມືອງພັດຖິ່ນ, ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກພັກການເມືອງເອີຣົບ-ອາຊີ ແລະ ບັນດາຜູ້ນໍາທາງສາສະໜາ ຢູ່ ສ. ຣັດເຊຍ ແລະ ຕ່າງປະເທດ ເຂົ້າຮ່ວມທັງໝົດ ຈໍານວນ 40 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ຄຸນຄ່າທາງດ້ານຈິດໃຈ ແລະ ສິນທໍາ ເຊິ່ງແມ່ນພື້ນຖານສໍາຄັນສໍາລັບການພັດທະນາປະເທດຊາດ, ຄວາມສາມັກຄີທາງສັງຄົມ ແລະ ການຮ່ວມມືສາກົນໃນໄລຍະຍາວ; ພາກພື້ນເອີຣົບ-ອາຊີ ແມ່ນພາກພື້ນໃຫຍ່ ທີ່ປະກອບດ້ວຍຫຼາຍລັດ ເຊິ່ງມີຄວາມຫຼາກຫຼາຍທາງອະລິຍະທໍາ ແລະ ມີປະຊາກອນຫຼາຍທີ່ສຸດໃນໂລກ. ບັນດາຄະນະຜູ້ແທນໄດ້ສະແດງຄວາມຊົມເຊີຍຕໍ່ພັກເຈົ້າພາບ ໃນການຈັດກອງປະຊຸມຄັ້ງນີ້ໄດ້ເປັນຢ່າງດີ ແລະ ຍົກໃຫ້ເຫັນເຖິງການຮ່ວມມືສາກົນທີ່ຍືນຍົງ, ການເຄົາລົບນັບຖືເອກະລັກທາງວັດທະນະທໍາ ແລະ ຄວາມຫຼາກຫຼາຍທາງອາລະຍະທໍາ ເຊິ່ງເປັນແຮງຂັບເຄື່ອນໃຫ້ກັບການສ້າງສັນຕິພາບ, ສະຖຽນລະພາບ, ແລະ ການພັດທະນາຮ່ວມກັນໃນໂລກຫຼາຍຂົ້ວ ທີ່ກໍາລັງເກີດຂຶ້ນ ແລະ ຮຽກຮ້ອງໃຫ້ມີການປະສານງານທີ່ໃກ້ຊິດກວ່າເກົ່າ ລະຫວ່າງບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນມະນຸດສະທຳ ເພື່ອສົ່ງເສີມສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ອະນາຄົດຮ່ວມກັນ ສຳລັບເອີີຣົບ-ອາຊີ ແລະ ອາລະຍະທຳໂລກໂດຍລວມ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍສະແດງຊົມເຊີຍຕໍ່ພັກຣັດເຊຍເອກະພາບ ໃນການເປັນເຈົ້າພາບກອງປະຊຸມຄັ້ງນີ້ ເຊິ່ງເປັນເວທີສໍາຄັນ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການ ແລະ ບົດຮຽນຂອງຕົນ ກ່ຽວກັບການຮ່ວມມືຄຸນຄ່າດ້ານຈິດໃຈ ທີ່ຕ້ອງຄຳນຶງເຖິງຄຸນຄ່າດ້ານສິນລະທຳ, ຫຼັກຈາລິຍະທຳ, ປັດຊະຍາ ແລະ ຄວາມເຊື່ອ ທີ່ເຮັດໃຫ້ປະຊາຊົນ 2 ທະວີບ ເອີຣົບ-ອາຊີ ສາມາດແລກປ່ຽນກັນ, ເຂົ້າອົກເຂົ້າໃຈກັນ ແລະ ດຳລົງຊີວິດທີ່ກົມກຽວປອງດອງຍິ່ງຂຶ້ນ; ການຢູ່ຮ່ວມກັນບົນພື້ນຖານການເຄົາລົບນັບຖືກຽດສັກສີຂອງມະນຸດ, ຄວາມຫຼາກຫຼາຍທາງວັດທະນະທຳ, ຄວາມຍຸຕິທຳທາງສັງຄົມ ແລະ ຄວາມຮັບຜິດຊອບທາງສິນທຳ; ສະຫາຍໄດ້ຍົກໃຫ້ເຫັນວ່າ ປະເທດລາວ ມີມູນເຊື້ອທາງດ້ານວັດທະນະທໍາ ຮິດຄອງປະເພນີ ແລະ ຄວາມເຊືຶ່ອຖື ທີ່ສືບທອດກັນມາແຕ່ບູຮານນະການ; ບັນດາປັດຊະຍາ, ຫຼັກຈາລິຍະທຳ ທີ່ດີງາມ ໄດ້ເຊື່ອມໂຍງເຂົ້າສູ່ ແນວຄິດຈິດໃຈ ແລະ ວິຖີ-ແບບແຜນການດຳລົງຊີວິດຂອງປະຊາຊົນລາວ ຈົນເຖິງປະຈຸບັນ. ພ້ອມນັ້ນ, ຍັງໄດ້ຢືນຢັນທັດສະນະຂອງພັກ ປປ ລາວ ທີ່ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດ ກັບພັກຣັດເຊຍເອກະພາບ ແລະ ພັກການເມືອງບັນດາປະເທດໃນ ອາຊີ-ເອີຣົບ ເພື່ອພັດທະນາການຮ່ວມມື ແລະ ແລກປ່ຽນບົດຮຽນດ້ານຕ່າງໆນຳກັນ, ເສີມສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອສັນຕິພາບ, ສະຖຽນລະພາບ ການພັດທະນາ ແລະ ຄວາມປອງດອງຂອງພາກພື້ນອາຊີ-ເອີຣົບ ແລະ ໃນໂລກ.
19/12/2025 14:31:40
17/12/2025 15:59:59
11/12/2025 15:35:43
10/12/2025 08:11:44
05/12/2025 11:16:48
04/12/2025 15:32:18
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30



