ຄຕພ ຈັດປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 11/12/2025 15:35:43 ຈຳນວນຢ້ຽມຊົມ 46 ຄັ້ງ ໃນວັນທີ 11 ທັນວາ 2025, ຢູ່ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ໄດ້ມີການຈັດພິທີປາຖະກະ ຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/2025 – 2/12/2025), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 – 13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີ ຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອຂະບວນການປະຕິວັດ ແລະ ຄວາມໝາຍຄວາມສໍາຄັນຂອງ ວັນຊາດ ທີ 2 ທັນວາ, ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດ, ປວງຊົນລາວທັງຊາດໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີຖານະເທົ່າທຽມກັບປະເທດ ອື່ນໆໃນເວທີສາກົນ ກໍຄື ໃນໂລກ; ພ້ອມທັງຍົກໃຫ້ເຫັນບັນດາເຫດການໄຊຊະນະອັນຍິ່ງໃຫຍ່, ພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ຜົນງານ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ພັກ, ຜົນສໍາເລັດຂອງການປະຕິບັດ 2 ໜ້າທີ່ຍຸດທະສາດ ແຕ່ອະດີດຈົນເຖິງປະຈຸບັນ. ຫຼັງຈາກນັ້ນ, ກໍໄດ້ສືບຕໍ່ເຜີຍແຜ່ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງ ແລະ ແບບຢ່າງອັນດີເລີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບຢ່າງອັນດີງາມ ເພື່ອໃຫ້ຄົນຮຸ່ນໃໝ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ, ເປັນພະນັກງານທີ່ດີເດັ່ນ ສືບທອດພາລະກິດຂອງ ພັກ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ໃນວັນດຽວກັນ, ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຄຕພ ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງ ປະທານປະເທດ ສະບັບເລກທີ 290/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍ ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານ ໃບມອບສິດ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 247/ນຍ, ລົງວັນທີ 20 ພະຈິກ 2025, ເພື່ອປະດັບຫຼຽນກາລະນຶກ 50 ປີ ໃຫ້ ແກ່ບັນດາພະນັກງານ-ລັດຖະກອນ ປະຈຳການ ແລະ ບຳນານ ຜູ້ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ເຊິ່ງຜູ້ທີ່ໄດ້ຮັບຫຼຽນທັງໝົດ ມີ 90 ສະຫາຍ, ຍິງ 23 ສະຫາຍ, ໃນນີ້ ພະນັກງານບຳນານ 34 ສະຫາຍ, ຍິງ 10 ສະຫາຍ.
ການປະດັບຫຼຽນກາລະນຶກໃນຄັ້ງນີ້ ແມ່ນເປັນການຍ້ອງຍໍ, ສັນລະເສີນຕໍ່ຄຸນງາມຄວາມດີອັນສູງສົ່ງ, ທັງເປັນລາງວັນ ແລະ ກຳລັງໃຈອັນສໍາຄັນ ຕໍ່ພາລະກິດປະຕິວັດຕໍ່ຊາດ, ຕໍ່ປະຊາຊົນລາວ ພ້ອມທັງລະນຶກເຖິງ 50 ປີ ວັນມະຫາໄຊຊະນະແຫ່ງການປະຕິວັດຊາດ ປະຊາທິປະໄຕ ແລະ ລະນຶກເຖິງຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳປະຕິວັດ, ວິລະຊົນ ຕະຫຼອດຮອດປະຊາຊົນລາວ ທີ່ໄດ້ເສຍສະຫຼະຊີວິດ-ເລືອດເນື້ອ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານ ຈົນສາມາດຍາດໄດ້ ເອກະລາດ ອະທິປະໄຕ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຈົນເຖິງ ປະຈຸບັນ.
11/12/2025 15:35:43
10/12/2025 08:11:44
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
