ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 05/11/2025 14:42:26 ຈຳນວນຢ້ຽມຊົມ 27 ຄັ້ງ ໃນວັນທີ 05 ພະຈິກ 2025, ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ມາກ ກາລາເກີ (Mark GALLAGHER), ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (ອີຢູ) ຄົນໃໝ່ ປະຈໍາ ສປປ ລາວ.
ໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການປະຕິບັດໜ້າທີ່ຢ່າງຫ້າວຫັນຂອງທ່ານທູດ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນອັນດີ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຕະຫຼອດໄລຍະ 50 ປີຜ່ານມາ. ພ້ອມກັນນັ້ນ, ຫົວໜ້າ ຄຕພ ຍັງໄດ້ສະແດງຄວາມຂອບໃຈຕໍ່ສະຫະພາບເອີຣົບ ທີ່ໃຫ້ການຊ່ວຍເຫຼືອແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເຊື່ອໝັ້ນວ່າ ການມາປະຕິບັດໜ້າທີ່ການທູດຂອງທ່ານ ຢູ່ ສປປ ລາວ ຈະປະກອບສ່ວນຊຸກຍູ້ໃຫ້ມີການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ບັນດາຂະແໜງການຕ່າງໆຂອງອີຢູ ແລະ ຂອງລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ໄປຄຽງຄູ່ກັບການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເເກ່ການພັດທະນາຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງເເຫ່ງຊາດ ແລະ ຍັງຢືນຢັນເຖິງເເນວທາງນະໂຍບາຍຕ່າງປະເທດຂອງ ພັກ-ລັດຖະບານລາວ ໃນການເປີດກວ້າງການພົວພັນກັບບັນດາພັກການເມືອງ ແລະ ບັນດາປະເທດທົ່ວໂລກ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານທູດ ມາກ ກາລາເກີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງຊົມເຊີຍຕໍ່ຜົນສຳເລັດໃນການສ້າງສາພັດທະນາ ຂອງ ສປປ ລາວ ແລະ ການເປັນປະທານກອງປະຊຸມສຸດຍອດອາຊຽນ ໃນປີ 2024 ຜ່ານມາ. ພ້ອມນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະພະຍາຍາມຢ່າງສຸດຄວາມສາມາດໃນການເປັນຂົວຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ນັບມື້ຫຼາຍຂຶ້ນ ລວມທັງການຊ່ວຍເຫຼືອດ້ານຕ່າງໆເເກ່ ສປປ ລາວ ເພື່ອພາລະກິດ ສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານທູດ ຈົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອັນມີກຽດ ຂອງທ່ານຢູ່ ສປປ ລາວ.
ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ສ້າງຕັ້ງສາຍພົວພັນການທູດນາກັນ ໃນວັນທີ 21 ພະຈິກ 1975.
05/11/2025 14:42:26
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
20/10/2025 15:38:13
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24
