ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP)
ເຜີຍແຜ່ໂດຍ: moderator ເວລາ: 20/10/2025 11:16:45 ຈຳນວນຢ້ຽມຊົມ 35 ຄັ້ງ ໃນວັນທີ 16-19 ຕຸລາ 2025, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The 4th Meeting of ICAPP Asian Cultural Council) ພາຍໃຕ້ຫົວຂໍ້ “ຈາກຄວາມຫຼາກຫຼາຍຂອງບັນດາຊາດ ສູ່ ຄວາມສາມັກຄີຂອງປະຊາຄົມໂລກ: ບົດບາດຂອງວັດທະນະທໍາໃນລະບຽບໂລກໃໝ່” (From National Diversity to Global Solidarity: The Role of Culture in the New World Order) ໂດຍການເປັນເຈົ້າພາບຂອງພັກອາແຊັກໄບຊານໃໝ່, ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 16 ພັກການເມືອງ ຈາກ 14 ປະເທດໃນຂົງເຂດອາຊີ, ຕາເວັນອອກກາງ ແລະ ເອີຣົບ.
ກອງປະຊຸມສະພາວັດທະນະທໍາອາຊີ ແມ່ນກົນໄກໜຶ່ງ ຂອງອົງການໄອແຄັບ (ICAPP) ທີ່ໄດ້ເຕົ້າໂຮມເອົາບັນດາພັກການເມືອງສະມາຊິກ ເພື່ອຄົ້ນຄວ້າ, ແລກປ່ຽນ ແລະ ປຶກສາຫາລືກັນ ກ່ຽວກັບ ການແລກປ່ຽນວັດທະນະທໍາ ແລະ ການຮ່ວມມື ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີກັນ ລະຫວ່າງ ປະຊາຊົນໃນອາຊີ ກໍຄື ໃນໂລກ. ກອງປະຊຸມຄັ້ງນີ້, ຍັງມີເປົ້າໝາຍເພື່ອກໍານົດ ແລະ ສົ່ງເສີມຍຸດທະສາດທີ່ເປັນຮູບປະທໍາ ເພື່ອນໍາໃຊ້ວັດທະນະທໍາເປັນຊັບພະຍາກອນ ເພື່ອການພັດທະນາທີ່ຍືນຍົງ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ອົງການໄອແຄັບ ທີ່ໄດ້ຈັດກອງປະຊຸມຄັ້ງນີ້ ຊຶ່ງຖືເປັນເວທີທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ທັງເປັນການຊຸກຍູ້ການຮ່ວມມື ແລະ ສົ່ງເສີມການສະແດງອອກເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະ ການອະນຸລັກມໍລະດົກ. ພັກ ປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນເອກະລັກຂອງຊາດ, ໃຫ້ວັດທະນະທໍາມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ; ຖືເອົາວັດທະນະທໍາ ແລະ ສິລະປະ ເປັນຮາກຖານຂອງຄວາມຍືນຍົງແຫ່ງຊາດ. ພ້ອມນັ້ນ, ກໍຍິນດີໃຫ້ການສະໜັບສະ ໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮ່ວມມືຂອງອົງການດັ່ງກ່າວ ກໍຄື ໃນຂອບວຽກຂອງສະພາວັດທະນະທໍາອາຊີ ເພື່ອສົ່ງເສີມ ແລະ ພັດທະນາກົນໄກທີ່ມີປະສິດທິພາບໃນການຮ່ວມມືທາງດ້ານວັດທະນະນໍາ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ. ຄຽງຄູ່ກັນນັ້ນ, ຄະນະຜູ້ແທນພັກ ປປ ລາວ ກໍຍັງໄດ້ເຂົ້າຮ່ວມສັງເກດການກອງປະຊຸມຄະນະປະຈໍາໄອແຄັບ ຄັ້ງທີ 44 ທີ່ຈັດຂຶ້ນຄູ່ຂະໜານກັນ ຊຶ່ງຖືເປັນການເຂົ້າຮ່ວມເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວິໄສທັດ ແລະ ແຜນງານ ຂອງອົງການໄອແຄັບ ເພື່ອການປະກອບສ່ວນຢ່າງຕັ້ງໜ້າຂອງພັກ ປປ ລາວ ເຂົ້າໃນການເຄື່ອນໄຫວຕ່າງໆຂອງອົງການ ໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້, ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບຮອງເອົາເອກະສານສຸດທ້າຍຂອງກອງປະຊຸມ ເຊິ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນໃນການເພີ່ມທະວີຄວາມສາມັກຄີຂອງບັນດາພັກການເມືອງ ກໍຄື ການສົ່ງເສີມການຮ່ວມມືທີ່ເປັນຮູບປະທໍາ ໃນຂະແໜງການວັດທະນະທໍາ ເປັນຕົ້ນແມ່ນ ນະໂຍບາຍທາງດ້ານວັດທະນະທໍາ ເພື່ອການພັດທະນາແບບຍືນຍົງ ເພື່ອຍົກສູງທ່າແຮງຂອງວັດທະນະທໍາ ໃນການປະກອບສ່ວນສົ່ງເສີມການເຕີບໂຕທາງເສດຖະກິດ, ການມີສ່ວນຮ່ວມທາງສັງຄົມ ແລະ ການລົງທຶນທາງວັດທະນະທໍາ.
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
15/10/2025 13:46:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24