ກຸ່ມບໍລິສັດ ເອໄອເອັຟ ຈຳກັດ ມອບຍານພາຫະນະ ໃຫ້ ຄະນະພົວພັນຕ່າງປະເທດສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 20/10/2025 09:15:53 ຈຳນວນຢ້ຽມຊົມ 34 ຄັ້ງ ພິທີມອບ-ຮັບ ການຊ່ວຍເຫຼືອຍານພາຫະນະ (ລົດຈັກ) ຈາກ ກຸ່ມບໍລິສັດ ເອໄອເອັຟ ຈຳກັດ (AIF Group) ໃຫ້ແກ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ຕຸລາ 2025, ທີ່ ສຳນັກງານ ຄຕພ, ໂດຍການກ່າວມອບຂອງ ທ່ານ ປອ ລິດທິກອນ ພູມມະສັກ, ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ເຊິ່ງມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ແລະ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງປະທານອາວຸໂສ ກຸ່ມບໍລິສັດ ເອໄອເອັຟ ຈຳກັດ; ບັນດາຄະນະກົມຈາກ ຄຕພ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກທັງສອງພາກສ່ວນ ເຂົ້າຮ່ວມເປັນສັກຂີພະຍານ. ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ລົດຈັກ ຮອນດ້າເວບ ຈຳນວນ 10 ຄັນ ພ້ອມດ້ວຍໝວກກັນນັອກ ແລະ ເສື້ອກັນລົມ, ມູນຄ່າ 322,000,000 ກີບ, ໂດຍຈຸດປະສົງແມ່ນເພື່ອປະກອບສ່ວນຊຸກຍູ້ການເຄື່ອນໄຫວວຽກງານຂອງ ຄຕພ ໃຫ້ມີຄວາມສະດວກກວ່າເກົ່າ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມໃນໄລຍະຜ່ານມາຂອງ ກຸ່ມບໍລິສັດດັ່ງກ່າວ ແລະ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຂອງ ຄຕພ ທັງໝົດ ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ປອ ລິດທິກອນ ພູມມະສັກ, ປະທານກຸ່ມບໍລິສັດ ເອໄອເອັຟ ຈຳກັດ ທີ່ມີນໍ້າໃຈເອື້ອເຟື້ອເຜື່ອແຜ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ຄຕພ ໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງການຮັບຮູ້ຄວາມສຳຄັນຂອງບົດບາດ ແລະ ໜ້າທີ່ ຂອງ ຄຕພ ໃນຖານະເປັນເສນາທິການໃຫ້ແກ່ ສູນກາງພັກ ທາງດ້ານວຽກງານຕ່າງປະເທດ ແລະ ໄດ້ເນັ້ນວ່າ ຈະຄຸ້ມຄອງ ແລະ ນຳໃຊ້ພາຫະນະດັ່ງກ່າວເຂົ້າໃນການເຄື່ອນໄຫວວຽກງານຂອງ ຄຕພ ໃຫ້ເກີດປະໂຫຍດສູງສຸດ. ພ້ອມດຽວກັນນີ້, ກໍໄດ້ອວຍພອນໃຫ້ ທ່ານ ປອ ລິດທິກອນ ພູມມະສັກ ພ້ອມດ້ວຍຄະນະ ຈົງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ, ພ້ອມທັງ ອວຍພອນໃຫ້ ກຸ່ມບໍລິສັດດັ່ງກ່າວ ດຳເນີນທຸລະກິດດ້ວຍຜົນສຳເລັດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນໄປ.
ກຸ່ມບໍລິສັດ AIF ເປັນກຸ່ມບໍລິສັດໜຶ່ງ ທີ່ມີຄວາມອາດສາມາດສູງ ແລະ ດຳເນີນທຸລະກິດດ້ວຍສະພາບຄ່ອງມາໂດຍຕະຫຼອດ, ປະຈຸບັນ ມີບໍລີສັດໃນເຄືອ ຫຼາຍກວ່າ 35 ບໍລິສັດ ທີ່ດຳເນີນທຸລະກິດ ກວມເອົາຫຼາຍຂະແໜງການ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການເງິນ-ການທະນາຄານ, ການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການ, ການຄ້າ, ກະສິກຳ, ອະສັງຫາລິມະຊັບ, ການຂົນສົ່ງ, ພະລັງງານ, ໂທລະຄົມ, ໄອທີ ແລະ ການພັດທະນາຊັອບແວ (Software) ແລະ ໄດ້ຮ່ວມຮັບໃຊ້ ບັນດາວຽກງານຫັນເປັນທັນສະໄໝ ໃຫ້ແກ່ພາກລັດໃນຫຼາຍຂະແໜງການ.
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
15/10/2025 13:46:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24