ຄະນະຜູ້ແທນແຂວງຈ້ຽງຊູ້, ສປ ຈີນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເຜີຍແຜ່ໂດຍ: moderator ເວລາ: 15/10/2025 13:46:29 ຈຳນວນຢ້ຽມຊົມ 43 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າການນະຄອນຫຼວງວຽງຈັນ, ຄະນະຜູ້ແທນແຂວງຈ້ຽງຊູ້, ສປ ຈີນ ນຳໂດຍ ສະຫາຍ Chu Yonghong, ກຳມະການປະຈຳພັກແຂວງ, ເລຂາທິການຄະນະບໍລິຫານງານພັກແຂວງຈ້ຽງຊູ້, ສປ ຈີນ ພ້ອມດ້ວຍຄະນະ ຈຳນວນ 08 ສະຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸລາ 2025.
ໃນວັນທີ 14 ຕຸລາ 2025, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ປະທານສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ. ສະຫາຍ ປອ. ເພັດ ພົມພີພັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນດັ່ງກ່າວ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ.
ສະຫາຍ Chu Yonghong ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມພ້ອມທັງລາຍງານໃຫ້ຊາບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງແຂວງຈ້ຽງຊູ້ ແລະ ສະມາຄົມມິດຕະພາບປະຊາຊົນແຂວງຈ້ຽງຊູ້ກັບຕ່າງປະເທດ ໃຫ້ຊາບ ແລະ ຢືນຢັນວ່າຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ສະມາຄົມມິດຕະພາບ ລາວ - ຈີນ ຂັ້ນສູນກາງ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດເຄີຍປະຕິບັດຮ່ວມກັນ, ເພື່ອເຮັດໃຫ້ປະຊາຊົນແຂວງຈ້ຽງຊູ້ ແລະ ປະຊາຊົນລາວມີການໄປມາຫາສູ່ກັນຫຼາຍຂຶ້ນໂດຍສະເພາະແມ່ນໃຫ້ມີການແລກປ່ຽນດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າການລົງທຶນໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.
15/10/2025 13:46:29
09/10/2025 08:35:40
03/10/2025 15:43:46
19/09/2025 14:02:11
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24