ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ຈັດພິທີລະນຶກ ວັນສັນຕິພາບສາກົນ International Day of Peace.
ເຜີຍແຜ່ໂດຍ: moderator ເວລາ: 19/09/2025 14:02:11 ຈຳນວນຢ້ຽມຊົມ 116 ຄັ້ງ ວັນທີ 19 ກັນຍາ 2025, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ຈັດພິທີລະນຶກ ວັນສັນຕິພາບສາກົນ International Day of Peace. ໃຫ້ກຽດເລົ່າມູນເຊື້ອໂດຍ ທ່ານ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ. ນອກນັ້ນ, ຍັງມີຄະນະບໍລິຫານງານ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມມາດ ພົລເສນາ ໄດ້ໃຫ້ຮູ້ວ່າ ປະຈຸບັນສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງວ່ອງໄວ ແລະ ສະຫຼຸັບຊັບຊ້ອນ, ຫຼາຍພາກພື້ນຍັງເກີດມີສົງຄາມ ແລະ ການປະທະກັນດ້ວຍກໍາລັງອາວຸດ. ສະນັ້ນ, ອົງການສະຫະປະຊາຊາດ ຈິ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ ກໍ່ຄືອົງການຈັດຕັ້ງສັນຕິພາບ ຂອງບັນດາປະເທດຕ່າງໆ ຈັດກິດຈະກໍາ ເພື່ອລະນຶກວັນສັນຕິພາບສາກົນ 21 ກັນຍາ ເພື່ອປຸກລະດົມໃຫ້ປະຊາຊາດ ໄດ້ເຫັນໄດ້ເຖິງຄຸນຄ່າຂອງສັນຕິພາບ, ບໍ່ມີສັນຕິພາບກໍ່ບໍ່ມີເງື່ອນໄຂໃນການພັດທະນາ. ປີນີ້ເປັນປີໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ກັບສັນຕິພາບ ໃນໂອກາດ ຄົບຮອບ 80 ປີ ການສ້າງຕັ້ງອົງການສະຫະປະຊາຊາດ ແລະ ໄຊຊະນະຂອງປະຊາຊາດໃນສົງຄາມຕ້ານຟາຊິດໂລກ. ດັ່ງນັ້ນ, ປີນີ້ ອົງການສະຫະປະຊາຊາດ ຈິ່ງມີຄໍາຂວັນລະນຶກວັນສັນຕິພາບສາກົນວ່າ: ເລີ່ມຕົ້ນດຽວນີ້ ເພື່ອໂລກແຫ່ງສັນຕິພາບ Act Now for a Peaceful World.
ວັນສັນຕິພາບສາກົນ International Day of Peace ໄດ້ຮັບການສ້າງຕັ້ງຂຶ້ນໂດຍສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ໃນປີ 1981 ເພື່ອເສີມຂະຫຍາຍສັນຕິພາບໃນທົ່ວໂລກ. ວັນສັນຕິພາບສາກົນ ຄັ້ງທໍາອິດໄດ້ຖືກປະຕິບັດໃນວັນທີ 3 ກັນຍາ 1982 ແລະ ໄດ້ຈັດຂຶ້ນຕໍ່ເນື່ອງໃນເດືອນກັນຍາ ຂອງແຕ່ລະປີ. ຈົນມາຮອດວັນທີ 7 ກັນຍາ 2001, ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ມີຄຳເຫັນພ້ອມກັນໃນການຮັບຮອງເອົາມະຕິ ເລກທີ 55/282 ເພື່ອກໍານົດເອົາ ວັນທີ 21 ກັນຍາ ຂອງທຸກໆປີ ເປັນວັນສັນຕິພາບສາກົນ. ເນື້ອໃນມະຕິ ໄດ້ລະບຸວ່າ ວັນສັນຕິພາບສາກົນ ຕ້ອງເປັນວັນບໍ່ມີຄວາມຮຸນແຮງ ແລະ ຢຸດຍິງ, ຮຽກຮ້ອງໃຫ້ຢຸດຕິການປະທະກັນ. ການປະຕິບັດເອົາວັນດັ່ງກ່າວເປັນວັນສັນຕິພາບສາກົນ ໄດ້ເລີ່ມຕັ້ງແຕ່ກອງປະຊຸມສະມັດຊາໃຫຍ່ຄັ້ງ ທີ່ 57 ຂອງ ສະຫະປະຊາຊາດ ໃນປີ 2002 ແລະ ຮຽກຮ້ອງໃຫ້ມີການຢຸດຍິງທົ່ວໂລກ ແລະ ແມ່ນເວລາສຳລັບການບໍ່ສ້າງຄວາມຮຸນແຮງ. ຈຸດປະສົງຂອງການກໍານົດເອົາວັນດັ່ງກ່າວເພື່ອລະນຶກ ແມ່ນເພື່ອຮຽກຮ້ອງໃຫ້ມີການຢຸດຍິງທົ່ວໂລກເປັນເວລາ 24 ຊົ່ວໂມງ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ສົ່ງເສີມການສົນທະນາ ເພື່ອແກ້ຂໍ້ຂັດແຍ່ງ ແລະ ການສຶກສາສັນຕິພາບ. ພ້ອມນັ້ນ, ເປັນການສົ່ງເສີມການພັດທະນາແບບຍືນຍົງ.
ສໍາລັບ ການເຄື່ອນໄຫວ ຂອງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໃນການສະໜັບສະໜູນວັນສັນຕິພາບສາກົນ 21 ກັນຍາ ຜ່ານມາ ໄດ້ຈັດກິດຈະກໍາໂຄສະນາເຜີຍແຜ່ກ່ຽວກັບສັນຕິພາບ ແລະ ຜົນຮ້າຍຂອງສົງຄາມໂດຍການຈັດປາຖະກະຖາເລົ່າມູນເຊື້ອ ກ່ຽວກັບສັນຕິພາບ, ຈັດຍ່າງສັນຕິພາບ, ຈັດແຂ່ງຂັນປະກວດໃຫ້ຊາວໜຸ່ມ, ເຍົາວະຊົນ ແຕ້ມຮູບກ່ຽວກັບສັນຕິພາບ ແລະ ການພັດທະນາ, ເຜີຍແຜ່ວຽກງານສັນຕິພາບ ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສຳຄັນ ຂອງ ວຽກງານສັນຕິພາບ, ເຊິ່ງຍາມໃດກໍເອົາຕິດພັນກັບການພັດທະນາ. ພ້ອມນັ້ນກໍ່ຍົກໃຫ້ເຫັນເຖິງຜົນຮ້າຍ ຂອງ ສົງຄາມ ກໍ່ຄືການແກ້ໄຂບັນຫາດ້ວຍກຳລັງອາວຸດ, ເຊິ່ງໄດ້ທຳລາຍຊັບສິນ ແລະ ຊີວິດຂອງປະຊາຊາດໃນໂລກຢ່າງມະຫາສານ ດັ່ງທີ່ເຫັນໃນສົງຄາມໂລກ 2 ຄັ້ງຜ່ານມາ. ສໍາລັບການເຄື່ອນ ໄຫວໃນເວທີສາກົນ ໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມລະນຶກວັນສັນຕິພາບສາກົນຢ່າງເປັນປົກກະຕິ ຕາມການເຊີນຂອງອົງການຈັດຕັ້ງພາກພື້ນ ແລະ ສາກົນ ແລະ ສະໜັບສະໜູນບັນດາຖະແຫຼງການ ຂອງສະພາສັນຕິພາບໂລກ ຕໍ່ເຫດການຮຸນແຮງ ແລະ ການປະທະກັນໃນພາກພື້ນ ແລະ ໃນໂລກ.
09/10/2025 08:35:40
03/10/2025 15:43:46
19/09/2025 14:02:11
18/09/2025 14:09:50
16/09/2025 10:55:18
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24