ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງບັນດາ ເອກອັກຄະລັດຖະທູດຕ່າງປະເທດ ປະຈຳ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 16/09/2025 10:55:18 ຈຳນວນຢ້ຽມຊົມ 17 ຄັ້ງ ໃນວັນທີ 15 ກັນຍາ 2025, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ຊູເດັສ ມາເນຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ.
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານເອກອັກຄະລັດຖະທູດ ທັງ 2 ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ຣາຊະອານາຈັກໄທ ແລະ ສປປ ລາວ-ສາທາລະນະລັດ ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີການຂະຫຍາຍຍິ່ງໆຂຶ້ນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ໄທ ກໍຄື ປະຊາຊົນສອງຊາດ ລາວ-ສິງກະໂປ. ພ້ອມນີ້ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຂອງ ລັດຖະບານ ແລະ ປະຊາຊົນໄທ ກໍຄື ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ມີຕໍ່ ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະ ນາ ເສດຖະກິດ-ສັງຄົມ ສປປ ລາວ.
ທ່ານເອກອັກຄະລັດຖະທູດທັງສອງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ມີໂອກາດເຂົ້າຢ້ຽມຂ່ຳນັບອໍາລາ ແລະ ສະແດງຄວາມຊົມເຊີຍ ທ່ານ ບຸນເຫຼືອ ພັນດານຸວົງ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຖືກເລືອກເປັນ ເລຂາຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ໃນກອງປະຊຸມໃຫຍ່ອົງຄະນະພັກ ຄຕພ ຄັ້ງທີ III ໃນບໍ່ເທົ່າໃດວັນທີ່ຜ່ານມາ, ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ຢືນຢັນວ່າ ເຖິງວ່າຈະສິ້ນສຸດການປະຕິບັດໜ້າທີີ່ການທູດ ຢູ່ ສປປ ລາວ ກໍ່ຕາມ, ແຕ່ກໍ່ຍັງຈະສືບຕໍ່ເຮັດສຸດຄວາມສາມາດໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ລະຫວ່າງ ໄທ-ລາວ ກໍຄື ສາຍພົວພັນມິດຕະພາບ ລະຫວ່າງ ສິງກະໂປ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານທູດທັງສອງ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ ແລະ ສືບຕໍ່ການເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີງາມ ລະຫວ່າງ ສປປ ລາວ ກັບ ໄທ ແລະ ສິງກະໂປ, ປະກອບສ່ວນເຂົ້າໃນການເສີມສ້າງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
16/09/2025 10:55:18
09/09/2025 16:09:12
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24