ເວທີສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງປະເທດມະຫາອໍານາດ ແລະ ປະເທດໃຫຍ່ ຕໍ່ສະພາບການເດັ່ນຂອງໂລກ ໂດຍສະເພາະພາກພື້ນອາຊີ”
ເຜີຍແຜ່ໂດຍ: moderator ເວລາ: 21/08/2025 18:05:43 ຈຳນວນຢ້ຽມຊົມ 29 ຄັ້ງ ໃນຕອນບ່າຍຂອງວັນທີ 21 ສິງຫາ 2025, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ. ຄະນະບໍລິຫານງານຊາວໜຸ່ມ ຄຕພ ຮ່ວມກັບ ອະນຸກໍາມະການຂະບວນການກະກຽມປະຊຸມໃຫຍ່ ໄດ້ຈັດເວທີສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງປະເທດມະຫາອໍານາດ ແລະ ປະເທດໃຫຍ່ ຕໍ່ສະພາບການເດັ່ນຂອງໂລກ ໂດຍສະເພາະພາກພື້ນອາຊີ” ເພື່ອເປັນການສ້າງຂະບວນການດ້ານວຽກງານວິຊາສະເພາະເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ III ຂອງ ອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ໃຫ້ກຽດເຂົ້າຮ່ວມເວທີສໍາມະນາດັ່ງກ່າວ ມີ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ທູດໄຊຍະການ ສີສຸວົງ, ປະທານສະໂມສອນນັກການທູດລາວ ແລະ ທ່ານ ທູດ ຂຽນ ພັນສຸຣິວົງ ຈາກສະໂມສອນນັກການທູດລາວ. ນອກນັ້ນ, ຍັງມີ ຄະນະກົມ, ຄະນະພະເເນກ, ຄະນະບໍລິຫານງານ ແລະ ສະມາຊິກ 3 ອົງການຈັດຕັ້ງພາຍໃນ ຄຕພ ເຂົ້າຮ່ວມ.
ໃນເວທີສໍາມະນາ, ທ່ານ ທູດ ໄຊຍະການ ສີສຸວົງ, ປະທານສະໂມສອນນັກການທູດລາວ ແລະ ທ່ານ ທູດ ຂຽນ ພັນສຸຣິວົງ, ຈາກສະໂມສອນນັກການທູດລາວ ແລະ ທ່ານ ສິງຫານະຄອນ ສີຫາລາດ (ນັກສໍາມະນາກອນ)ໄດ້ມີຄໍາເຫັນແລກປ່ຽນຂໍ້ມູນ ແລະ ຖ່າຍທອດບົດຮຽນ ຕໍ່ສະພາບການເດັ່ນຂອງໂລກ ໂດຍສະເພາະພາກພື້ນອາຊີ. ນອກນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາເຫັນແລກປ່ຽນ ແລະ ສ້າງຄໍາຖາມຕໍ່ນັກສໍາມະນາກອນ ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງ ເຮັດໃຫ້ການສໍາມະນາ ມີບັນຍາກາດຄວາມຟົດຟື້ນ.
ການຈັດສໍາມະນາວິທະຍາສາດ ນອກຈາກເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ III ຂອງ ອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກໃຫ້ແກ່ພະນັກງານ ກໍຄື ສະມາຊິກ ຂອງສາມອົງການຈັດຕັ້ງມະຫາຊົນ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອໃຫ້ພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ນໍາໄປເປັນຂໍ້ມູນພື້ນຖານໃຫ້ແກ່ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ຮັບຜິດຊອບ ເພື່ອເຮັດໃຫ້ການຄົ້ນຄວ້າລາຍງານຂັ້ນເທິງ ໄດ້ຢ່າງເລິກເຊິ່ງ, ກວ້າງຂວາງ ທັງມີປະສິດທິພາບ ແລະ ປະສິດທິຜົນ.
21/08/2025 18:07:41
21/08/2025 18:05:43
21/08/2025 16:01:58
21/08/2025 15:57:24
20/08/2025 10:21:08
20/08/2025 10:02:27
13/08/2025 10:18:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46