ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ
ເຜີຍແຜ່ໂດຍ: moderator ເວລາ: 21/08/2025 16:01:58 ຈຳນວນຢ້ຽມຊົມ 28 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມືປະຈໍາປີ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025 ເພື່ອຮ່ວມກັນກັບຝ່າຍຈີນ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ.
ໃນໄລຍະຢ້ຽມຢາມ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ພົບປະເຮັດວຽກກັບ ສະຫາຍ ເສິນ ໂຈ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນວັນທີ 18 ສິງຫາ 2025. ຝ່າຍລາວ ໄດ້ຕີລາຄາສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຝ່າຍຈີນ, ນໍາເອົາຄວາມຢ້ຽມຢາມຖາມຂ່າວ ຈາກການນໍາຂັ້ນສູງຂອງ ພັກ, ລັດລາວ ເຖິງການນໍາຂັ້ນສູງຂອງ ພັກ-ລັດຈີນ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ຮອບດ້ານ ທີ່ປະຊາຊົນຈີນອ້າຍນ້ອງ ຍາດໄດ້ໃນຕະຫຼອດໄລຍະຜ່ານມາ ໃນການສ້າງສາປະເທດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງ ພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ. ພ້ອມນັ້ນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນ ສປປ ລາວ, ສະພາບລວມ ການພົວພັນຮ່ວມມືສອງຝ່າຍ ກໍ່ຄື ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ.
ຝ່າຍຈີນ ໄດ້ຕີລາຄາສູງຕໍ່ການນໍາພາອັນໜັກແໜ້ນ ຂອງ ພັກ ປປ ລາວ ທີ່ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຍາດໄດ້ຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະທ້າຍສະໄໝ ຂອງພັກ ປປ ລາວ, ຊົມເຊີຍຜົນສໍາເລັດ ຂອງການດໍາເນີນກອງປະຊຸມຄົບຄະນະ ເທື່ອທີ 10 ສະໄໝທີ XI ຂອງພັກ ປປ ລາວ ແລະ ອວຍພອນການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026; ຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ທີ່ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ ການພົວພັນຂອງສອງຝ່າຍ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຊີ້ນໍາ ຂອງ ການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ, ການພົວພັນຮ່ວມມືສອງຝ່າຍ ກໍ່ຄື ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ໃນຂອບການພົວພັນຮ່ວມມື ລະຫວ່າງ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຄືນ ສະພາບລວມການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ສອງພັກ ສະບັບປີ 2021-2025 ທີ່ສອງຝ່າຍ ຮ່ວມກັນເປັນເສນາທິການຕິດຕາມຊູກຍູ້, ອໍານວຍຄວາມສະດວກໃຫ້ແກ່ສູນກາງພັກ ແລະ ບັນດາອົງການອ້ອມຂ້າງສູນກາງພັກ ລາວ-ຈີນ ຈັດຕັ້ງປະຕິບັດແຜນການຮ່ວມມືດັ່ງກ່າວ; ປຶກສາຫາລື ແລະ ເຫັນດີເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບ ທິດທາງໃນການຮ່ວມກັນຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ການຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຈໍານວນໜຶ່ງ.
ໃນການຢ້ຽມຢາມ-ເຮັດວຽກຄັ້ງນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ໂດຍໄດ້ພົບປະກັບ ສະຫາຍ ສູ ຮ້າວ, ຮອງເຈົ້າແຂວງໆຢຸນນານ, ພ້ອມນີ້ ຄະນະຍັງໄດ້ໄປທັດສະນະສຶກສາພື້ນຖານທາງດ້ານວັດທະນະທໍາ, ການພັດທະນາເສດຖະກິດ-ສັງຄົມ ຢູ່ ນະຄອນຊຽງຮຸ່ງ ແລະ ຊຸກຍູ້ວຽກງານກ່ຽວຂ້ອງ ຢູ່ ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ, ຊາຍແດນ ລາວ-ຈີນ ກ່ອນຈະເດີນທາງກັບຄືນປະເທດອີກດ້ວຍ.
21/08/2025 18:07:41
21/08/2025 18:05:43
21/08/2025 16:01:58
21/08/2025 15:57:24
20/08/2025 10:21:08
20/08/2025 10:02:27
13/08/2025 10:18:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46