ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ
ເຜີຍແຜ່ໂດຍ: moderator ເວລາ: 21/08/2025 15:57:24 ຈຳນວນຢ້ຽມຊົມ 19 ຄັ້ງ ໃນຕອນເຊົ້າວັນທີ 19 ສິງຫາ 2025, ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.
ສະຫາຍ ຫຼີ ຊູເຫຼີຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການນໍາພາອັນໜັກແໜ້ນຂອງ ພັກ ປປ ລາວ ທີ່ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຍາດໄດ້ຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປປ ລາວ ໄລຍະທ້າຍສະໄໝ ແລະ ອວຍພອນໃຫ້ການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ຈົງປະສົບຜົນສໍາເລັດຢ່າງຈົບງາມ; ພ້ອມນີ້ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະສານສົມທົບກັນ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ຈີນ-ລາວ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຈີນ-ລາວ ກໍ່ຄື ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໃຫ້ນັບມື້ມີປະສິດທິຜົນ, ຄຸນນະພາບ ແລະ ລະດັບສູງກວ່າເກົ່າ. ນອກນັ້ນ, ຍັງໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບ ທິດທາງແຜນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າ, ໂດຍສະເພາະແມ່ນ ການກະກຽມຈັດກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ໃນທ້າຍປີ 2025 ນີ້ ແລະ ວຽກງານອື່ນໆ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຂອງ ສະຫາຍ ຫຼີ ຊູເຫຼີຍ ຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ; ພ້ອມນໍາເອົາຄວາມຢ້ຽມຢາມຖາມຂ່າວ ຈາກການນໍາຂັ້ນສູງຂອງ ພັກ, ລັດລາວ ເຖິງການນໍາຂັ້ນສູງຂອງ ພັກ-ລັດຈີນ; ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຈີນອ້າຍນ້ອງ ຍາດໄດ້ໃນຕະຫຼອດໄລຍະຜ່ານມາ ໃນການສ້າງສາປະເທດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງ ພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນ ສປປ ລາວ ແລະ ຜົນການພົບປະປຶກສາຫາລື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນວັນທີ 18 ສິງຫາ 2025 ຜ່ານມາ; ພ້ອມນີ້ ກໍໄດ້ຕາງໜ້າໃຫ້ ພັກ, ລັດລາວ ສະແດງຄວາມຂອບໃຈ ພັກ, ລັດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄືປະຈຸບັນ.
ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ທີ່ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຊີ້ນໍາ ຂອງ ການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ, ການພົວພັນຮ່ວມມືສອງຝ່າຍ ກໍ່ຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
21/08/2025 18:07:41
21/08/2025 18:05:43
21/08/2025 16:01:58
21/08/2025 15:57:24
20/08/2025 10:21:08
20/08/2025 10:02:27
13/08/2025 10:18:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46