ສະຫາຍຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 20/08/2025 10:21:08 ຈຳນວນຢ້ຽມຊົມ 32 ຄັ້ງ ໃນຕອນເຊົ້າວັນທີ 20 ສິງຫາ 2025, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນ ເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດວັນລະນຶກການປະຕິວັດເດືອນສິງຫາ (19/8/1945–19/8/2025)ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945–2/9/2025) ຄົບຮອບ 80 ປີ.
ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ຮອບດ້ານຂອງປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຖືກຕ້ອງສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໝັ້ນທ່ຽງເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ຖານະບົດບາດອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ວາລະໄຊ ເລັ່ງສະຫວັດ ຍັງໄດ້ສະແດງຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູມຄູນສ້າງ ຈາກບັນດາຮຸ່ນການນຳ ຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມສ້າງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ຕີລາຄາສູງ ແລະ ຊົມເຊີຍການປະຕິບັດໜ້າທີ່ຂອງ ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ ແລະ ເປັນເສນາທິການທີ່ດີໃຫ້ແກ່ ການພົວພັນ ສອງປະເທດ ຕະຫຼອດໄລຍະທີ່ຜ່ານມາ. ສະແດງຄວາມຍິນດີຮ່ວມກັບ ສະຖານທູດ ແລະ ພາກສ່ວນກ່ຽວຂ້ອງຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືຂອງ ສອງປະເທດ ໃຫ້ມີປະສິດທິຜົນກວ່າເກົ່າ. ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໃຫ້ສະໜັບສະໜູນຊ່ວຍເຫຼືອຕໍ່ການປະຕິວັດລາວ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.
ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄລຍະທ້າຍສະໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ ຢ່າງມີໄຊ; ສະຫາຍ ຍິນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍ, ມີປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ວາລະໄຊ ເລັ່ງສະຫວັດ ທີ່ໄດ້ນຳພາຄະນະ ມາອວຍພອນໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ເຊິ່ງນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ໃນການພົວພັນຮ່ວມມື ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ລາວ-ຫວຽດນາມ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.
21/08/2025 18:07:41
21/08/2025 18:05:43
21/08/2025 16:01:58
21/08/2025 15:57:24
20/08/2025 10:21:08
20/08/2025 10:02:27
13/08/2025 10:18:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46