ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 20/08/2025 10:02:27 ຈຳນວນຢ້ຽມຊົມ 45 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຄະນະພັກກອມມູນິດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະຈໍາປີ 2025. ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ນໍາໂດຍ ສະຫາຍ ໂຈ ຢີ້ເຈ, ກໍາມະການປະຈໍາພັກ, ເລຂາທິການພັກ, ຫົວໜ້າຫ້ອງວ່າການ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະ ທັງໝົດ 06 ສະຫາຍ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ສິງຫາ 2025.
ໃນຕອນບ່າຍ ວັນທີ 19 ສິງຫາ 2025, ສະຫາຍ ໂຈ ຢີ້ເຈ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ໂດຍສະເພາະ ລະຫວ່າງ ສປປ ລາວ ກັບເຂດກວາງຊີ ໃຫ້ໄດ້ຮັບການຂະຫຍາຍເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂື້ນ. ຕີລາຄາສູງ ຕໍ່ ການພົວພັນຮ່ວມມືສອງຝ່າຍ ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ມີມູນເຊື້ອການພົວພັນ, ແລກປ່ຽນການໄປມາຫາສູ່ ລະຫວ່າງ ການນໍາຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ, ການຊ່ວຍເຫລືອໃນການຝຶກອົບຮົມກໍ່ສ້າງພະນັກງານລາວ ຢູ່ຈີນ ຂອງພັກກອມມູນິດຈີນ, ກໍ່ຄື ອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແກ່ ສປປ ລາວ. ຍິນດີ ສືບຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກໍາ ແລະ ຂົງເຂດອື່ນໆ ລະຫວ່າງ ສປປ ລາວ ກັບ ເຂດກວາງຊີ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ. ພ້ອມທັງ ສະຫນັບສະຫນູນ ແລະ ເຂົ້າຮ່ວມ ໃນການຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ທີ່ຝ່າຍຈີນເປັນເຈົ້າພາບຈັດຂື້ນໃນທ້າຍປີນີ້.
ສະຫາຍ ໂຈ ຢີ້ເຈ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ກຽດຕ້ອນຮັບຄະນະ ແລະ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ສປ ຈີນ ໃຫ້ຊາບ, ຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີບາງທິດທາງແຜນການໃນຕໍ່ຫນ້າ ໃນການສືບຕໍ່ຈັດຕັ້ງປະຕິບັດ ບັນດາເນື້ອໃນຈິດໃຈທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນໃນຜ່ານມາ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ແຜນການຮ່ວມມື ລະຫວ່າງ ສອງພັກ ກໍ່ຄື ແຜນການຮ່ວມມືສະບັບໃໝ່ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກກອມມູນິດ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃຫ້ມີປະສິດທິຜົນສູງກວ່າເກົ່າ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ໂຈ ຢິ້ເຈ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ພົບປະເຮັດວຽກກັບ ຄະນະນໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ ຄະນະຍັງໄດ້ເດີນທາງໄປ ຢ້ຽມຢາມແຂວງຫຼວງພະບາງ ແລະ ພົບປະກັບ ການນໍາແຂວງຫຼວງພະບາງ ໃນໂອກາດດັ່ງກ່າວ.
21/08/2025 18:07:41
21/08/2025 18:05:43
21/08/2025 16:01:58
21/08/2025 15:57:24
20/08/2025 10:21:08
20/08/2025 10:02:27
13/08/2025 10:18:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46