ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດການແຕ່ງຕັ້ງ ເລຂາຄະນະພັກ, ຫົວໜ້າ ຄຕພ
ເຜີຍແຜ່ໂດຍ: moderator ເວລາ: 13/08/2025 10:18:37 ຈຳນວນຢ້ຽມຊົມ 50 ຄັ້ງ ພິທີປະກາດການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານ ຄຕພ ໂດຍການເປັນປະທານຂອງ ສະຫາຍ ນ. ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີບັນດາຜູ້ຕາງໜ້າຈາກ ອົງການຂອງພັກ, ກະຊວງການຕ່າງປະເທດ; ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ ຕະຫຼອດຮອດສະມາຊິກພັກທັງໝົດເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ ໄດ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິ ເລກທີ 22/ກມສພ, ລົງວັນທີ 04 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ຈາກນັ້ນ, ສະຫາຍ ນ. ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ບຸນເຫຼືອ ພັນດານຸວົງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຕໍ່ກັບການປະຕິບັດໜ້າທີ່ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ໃນໄລຍະຜ່ານມາ. ໃນຂະນະດຽວກັນ, ສະຫາຍ ຍັງໄດ້ໃຫ້ທິດເຍືອງທາງ ແລະ ຊີ້ນໍາຕໍ່ການປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ, ລວມທັງການນໍາພາ-ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ.
13/08/2025 10:18:37
12/08/2025 15:03:57
11/08/2025 14:01:11
04/08/2025 15:10:48
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46