ອົງຄະນະພັກ ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 2
ເຜີຍແຜ່ໂດຍ: moderator ເວລາ: 12/08/2025 15:03:57 ຈຳນວນຢ້ຽມຊົມ 19 ຄັ້ງ ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 2 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງ ຊາດ, ຜູ້ຊີ້ນໍາກອງປະຊຸມໃຫຍ່ສະມາຊິກພັກ ຄຕພ. ນອກນັ້ນ, ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທົ່ວ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ກ່າວເປີດກອງປະຊຸມ ແລະ ຮຽກຮ້ອງໃຫ້ສະມາຊິກພັກ ຈົ່ງເຊີດຊູຄວາມຮັບຜິດຊອບ ເພື່ອເຕົ້າໂຮມເອົາຄຳຄິດຄຳເຫັນຂອງສະມາຊິກພັກ ປະກອບໃສ່ເນື້ອ ໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ຮັບປະກັນໃຫ້ການເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ III ມີຄຸນນະພາບ. ພ້ອມກັນນັ້ນ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມທາບທາມ ຮອບທີ 2 ໂດຍສະຫາຍ ໄດ້ເນັ້ນວ່າ: ການທາບທາມ ຮອບທີ 2 ມີຄວາມໝາຍສໍາຄັນ ເພື່ອກ້າວໄປສູ່ກອງປະຊຸມໃຫຍ່, ສະນັ້ນ ສະມາຊິກພັກທຸກຄົນ ຕ້ອງກໍາໄດ້ມາດຖານ-ເງື່ອນໄຂ ທີ່ຂັ້ນເທິງກໍານົດໄວ້ ໃຫ້ເລິກເຊິ່ງ, ການປະກອບຄໍາເຫັນ ກໍໃຫ້ມີເນື້ອໃນ, ເຂົ້າກັບເປົ້າໝາຍ, ຫຼີກເວັ້ນການໃສ່ຮ້າຍປ້າຍສີທີ່ບໍ່ມີມູນຄວາມຈິງ, ເວົ້າລວມ ແມ່ນຮັບປະກັນໃຫ້ກອງປະຊຸມ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນດີ.
ຈາກນັ້ນ, ສະຫາຍ ປອ ສະເຫຼີມໄຊ ທະທົງສັກ, ກຳມະການຄະນະພັກ, ຫົວໜ້າອະນຸກຳມະການເນື້ອໃນ ໄດ້ຂຶ້ນນຳສະເໜີຮ່າງລາຍງານການເມືອງ, ແຜນພັດທະນາ ຄຕພ ໃນໄລຍະ 2026-2030 ແລະ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຕພ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກ ຄຕພ, ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຕະຫຼອດການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກ ຄຕພ 5 ປີຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ຮ່າງເອກະສານດັ່ງກ່າວມີເນື້ອໃນສົມບູນຍິ່ງຂຶ້ນ. ຫຼັງຈາກນັ້ນ, ສະຫາຍ ເກີລໍ່ ຢາງກໍ່, ກໍາມະ ການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າອະນຸກໍາມະການບຸກຄະລາກອນ ໄດ້ຜ່ານມາດຖານ-ເງື່ອນໄຂ ຂອງຜູ້ສະໝັກຄະນະບໍລິຫານງານພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາຄະນະພັກ. ໃນຕອນທ້າຍກອງປະຊຸມ, ໄດ້ດຳເນີນການທາບທາມເອົາບຸກຄະລາກອນ ຮອບທີ 2 ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
12/08/2025 15:03:57
11/08/2025 14:01:11
04/08/2025 15:10:48
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46