ຮັກສາການຫົວໜ້າ ຄຕພ ຕ້ອນຮັບບັນດາທູດລາວ ເຂົ້າຢ້ຽມຂໍ່ານັບ
ເຜີຍແຜ່ໂດຍ: moderator ເວລາ: 11/08/2025 14:01:11 ຈຳນວນຢ້ຽມຊົມ 21 ຄັ້ງ ໃນວັນທີ 07 ສິງຫາ 2025, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພູໂຂງ ສີສຸລາດ, ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສະຫະລັດ ອາເມຣິກາ ແລະ ທ່ານ ກາລະມຸງຄຸນສຸພານຸວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳສາທາລະນະລັດ ຝຣັ່ງ ທັງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວປະຈຳ ອົງການຝຣັ່ງໂກໂຟນີ.
ໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີແລະ ຊົມເຊີຍ ຕໍ່ບັນດາທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງອັນມີກຽດ ແລະ ສໍາຄັນໃນຄັ້ງນີ້. ພ້ອມດຽວກັນນັ້ນ, ທ່ານຍັງ ເນັ້ນຢໍ້າໃຫ້ບັນດາທ່ານທູດ ຈົງພ້ອມກັນສືບຕໍ່ຊຸກຍູ້ການພົວພັນທັງດ້ານພັກ ແລະ ດ້ານລັດ ລວມທັງ ການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການທູດປະຊາຊົນ ກໍຄື ການພົວພັນຄົນເຊື້ອຊາດລາວຢູ່ ຕ່າງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີໝາກຜົນຢ່າງຕໍ່ເນື່ອງ. ພ້ອມນັ້ນ, ກໍໄດ້ອວຍພອນໃຫ້ບັນດາທ່ານທູດ ຈົງເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ໃນຄັ້ງນີ້.
ທ່ານ ພູໂຂງ ສີສຸລາດ ໄດ້ຕາງໜ້າສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາທິດຊີ້ນຳຂອງທ່ານ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານການທູດຂອງຕົນ ໂດຍການສຸມກໍາລັງ, ເຫື່ອແຮງ ແລະ ສະຕິປັນຍາ ເພື່ອໃຫ້ວຽກງານໄດ້ຮັບຜົນສໍາເລັດ ແລະ ຖືກຕ້ອງຕາມແນວທາງນະໂຍບາຍການຕ່າງປະເທດຂອງ ສປປ ລາວ.
11/08/2025 14:01:11
04/08/2025 15:10:48
01/08/2025 10:31:51
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46