ອົງຄະນະພັກ ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 1
ເຜີຍແຜ່ໂດຍ: moderator ເວລາ: 04/08/2025 15:10:48 ຈຳນວນຢ້ຽມຊົມ 51 ຄັ້ງ ໃນວັນທີ 04 ສິງຫາ 2025, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 1 ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນວ່າ: ການທາບທາມຄັ້ງນີ້ ແມ່ນປະຕິບັດຕາມກົດລະ ບຽບຂອງພັກ ເປັນຕົ້ນແມ່ນ ເຮັດໃຫ້ການທາບທາມດໍາເນີນໄປຢ່າງຖືກຕ້ອງ ຕາມຄຳສັ່ງເລກທີ 411/ ຄລສພ, ທັງເປັນການເສີມຂະຫຍາຍສະຕິປັນຍາ ແລະ ເຕົ້າໂຮມເອົາຄຳຄິດຄຳເຫັນຂອງສະມາຊິກພັກ ປະກອບໃສ່ເນື້ອໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ.
ຈາກນັ້ນ, ສະຫາຍ ປອ ສະເຫຼີມໄຊ ທະທົງສັກ, ກຳມະການຄະນະພັກ, ຫົວໜ້າອະນຸກຳມະການເນື້ອໃນ ໄດ້ຂຶ້ນນຳສະເໜີຮ່າງລາຍງານການເມືອງ ກໍຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກ ຄຕພ ໃນໄລຍະ 5 ປີຜ່ານມາ (2021-2025), ແຜນພັດທະນາ ຄຕພ ໄລຍະ 2026-2030 ແລະ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄຕພ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກ ຄຕພ, ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້ຕະຫຼອດການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກ ຄຕພ 5 ປີ ຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນ ຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ຮ່າງເອກະສານດັ່ງກ່າວມີເນື້ອໃນສົມບູນຍິ່ງຂຶ້ນ. ຫຼັງຈາກນັ້ນ, ສະຫາຍ ເກີລໍ່ ຢາງກໍ່, ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າອະນຸກໍາມະການບຸກຄະລາກອນ ໄດ້ຜ່ານມາດຖານ-ເງື່ອນໄຂ ຂອງຜູ້ສະໝັກຄະນະບໍລິຫານງານພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາຄະນະພັກ. ໃນຕອນທ້າຍກອງປະຊຸມ, ໄດ້ດຳເນີນການທາບທາມເອົາບຸກຄະລາກອນ ຮອບທີ 1 ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
04/08/2025 15:10:48
01/08/2025 10:31:51
30/07/2025 16:01:28
25/07/2025 17:34:07
24/07/2025 13:53:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46