ການພົບປະແລກປ່ຽນດ້ານວິຊາການ ກ່ຽວກັບ ບົດຄົ້ນຄວ້າວິທະຍາສາດ ລະຫວ່າງ ກົມ ຄຄພ ກັບ ຫ້ອງການກະຊວງການຕ່າງປະເທດ
ເຜີຍແຜ່ໂດຍ: moderator ເວລາ: 01/08/2025 10:31:51 ຈຳນວນຢ້ຽມຊົມ 50 ຄັ້ງ ໃນວັນທີ 31 ກໍລະກົດ 2025, ກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນເຈົ້າພາບ ຈັດກອງປະຊຸມພົບປະແລກປ່ຽນດ້ານວິຊາການ ກ່ຽວກັບບົດຄົ້ນຄວ້າວິທະຍາສາດ ກັບ ຫ້ອງການກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ບຸນຍະເດດ ໄຊຍະວົງ, ກຳມະການຄະນະພັກ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ບໍວອນທັດ ດວງຈັກ, ຫົວໜ້າຫອ້ງການ ກະຊວງການຕ່າງປະເທດ, ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ຈາກສອງພາກສ່ວນ ເຂົ້າຮ່ວມ ລວມທັງໝົດ 40 ສະຫາຍ.
ກອງປະຊຸມດັ່ງກ່າວ ເປັນການຈັດຕັ້ງປະຕິບັດກົນໄກການພົບປະແລກປ່ຽນວິຊາການ ປະຈຳປີ ລະຫວ່າງສອງຂະແໜງການ ກໍຄື ການພົບປະແລກປ່ຽນ ລະຫວ່າງ ກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຫ້ອງການກະຊວງການຕ່າງປະເທດ ເຊິ່ງໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນລົງເລິກແລກປ່ຽນຫົວຂໍ້ “ກຸ່ມປະເທດເສດຖະກິດໃໝ່ (BRICS)” ທີ່ນຳສະເໜີໂດຍ ວິຊາການ ຈາກກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ແລະ ຫົວຂໍ້ “ການສັງເກດຕີລາຄາ ທ່າແຮງຮອບດ້ານ ຂອງ ອິນເດຍ ທີ່ອາດຈະກ້າວເປັນປະເທດມະຫາອຳນາດຂອງໂລກ ໃນອະນາຄົດ” ທີ່ນຳສະເໜີໂດຍ ຫ້ອງການ ກະຊວງການຕ່າງປະເທດ. ຫຼັງຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ໃນວຽກງານໄອທີ, ວຽກງານເຕັກນິກ ແລະ ການປະສານສົມທົບກັນ ເພື່ອຍົກລະດັບ ການເປັນເສນາທິການ ດ້ານວຽກງານຕ່າງປະເທດ ທັງເບື້ອງພັກ ແລະ ລັດ ໃຫ້ແກ່ຂັ້ນເທິງ ໃຫ້ມີປະສິດທິພາບສູງກວ່າເກົ່າ.
ໃນຕອນທ້າຍ, ສະຫາຍ ບຸນຍະເດດ ໄຊຍະວົງ, ກຳມະການຄະນະພັກ, ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ກ່າວສະຫຼຸບຕີລາຄາ ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ທີ່ກອງປະຊຸມ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ມີການແລກປ່ຽນຄວາມຄິດເຫັນ ແລະ ປະກອບສ່ວນຂໍ້ມູນ ໃສ່ການນຳສະເໜີ 02 ບົດຄົ້ນຄວ້າວິທະຍາສາດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນຍິ່ງຂຶ້ນ; ສະແດງຄວາມຊົມເຊີຍ ຕໍ່ພະນັກງານທັງສອງພາກສ່ວນ ທີ່ໄດ້ເອົາໃຈໃສ່ກະກຽມກອງປະຊຸມແລກປ່ຽນຄັ້ງນີ້ ຢ່າງມີຜົນສຳເລັດ. ພາຍຫຼັງສຳເລັດການພົບປະ, ທັງສອງພາກສ່ວນ ໄດ້ສ້າງກິດຈະກຳເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມສະໜິດສະໜົມກັນຫຼາຍຂຶ້ນ ລະຫວ່າງພະນັກງານຂອງສອງພາກສ່ວນ ກໍຄືເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ອົງຄະນະພັກ ຄະນະພົວພັນຕ່າງປະເທດ ສູນກາງພັກ ຄັ້ງທີ III ທີ່ໃກ້ຈະມາເຖິງ.
04/08/2025 15:10:48
01/08/2025 10:31:51
30/07/2025 16:01:28
25/07/2025 17:34:07
24/07/2025 13:53:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46