ສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ 1
ເຜີຍແຜ່ໂດຍ: moderator ເວລາ: 30/07/2025 16:01:28 ຈຳນວນຢ້ຽມຊົມ 30 ຄັ້ງ ໃນວັນທີ 28 ກໍລະກົດ 2025, ສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນກອງປະຊຸມໃຫຍ່ ແລະ ບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ 1 ເປີດກວ້າງ. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ປະທານສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກແມ່ຍິງ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ປະທານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຜ່ານບົດສະຫຼຸບສັງລວມ ການປະກອບຄໍາຄິດເຫັນ ຂອງເອື້ອຍ, ນ້ອງ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຄຕພ ທີ່ໄດ້ຜ່ານການຄົ້ນຄວ້າ, ເຊື່ອມຊຶມ 3 ຮ່າງເອກະສານສໍາຄັນພາຍໃນໜ່ວຍແມ່ຍິງຄື: ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 05 ປີ (2026-2030) ແລະ ຮ່າງ ກົດລະບຽບ ຂອງສະຫະພັນແມ່ຍິງລາວ (ສະບັບປັບປຸງ) ຢ່າງມີວິທະຍາສາດ ແລະ ດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານມາດຕະຖານ, ເງື່ອນໄຂ ຜູ້ສະໝັກເຂົ້າໃນ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ສະໄໝທີ IX ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຕັດສິນໃຈ ໃນການເລືອກເຟັ້ນເອົາບຸກຄະລາກອນທີ່ ເໝາະສົມ ແລະ ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້.
ໃນໂອກາດທີ່ມີຄວາມໝາຍສໍາຄັນ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາເຫັນ ແລະ ທາບທາມບຸກຄະລາກອນຄັ້ງນີ້ ໂດຍພິຈາລະນາຢ່າງຄັກແນ່ເຖິງມາດຕະຖານ, ເງື່ອນໄຂ ຂອງຜູ້ທີ່ລົງສະໝັກເປັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດໃໝ່ ເພື່ອໃຫ້ໄດ້ບຸກຄະລາກອນຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ໄດ້ດໍາເນີນການປ່ອນບັດທາບທາມ ຮອບ 1 ຢ່າງເປັນທາງການ ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ສະໄໝທີ IX ທີ່ຈະມາເຖິງ.
30/07/2025 16:01:28
25/07/2025 17:34:07
24/07/2025 13:53:23
21/07/2025 11:17:11
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46