ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ (20/07/1955-20/07/2025)
ເຜີຍແຜ່ໂດຍ: moderator ເວລາ: 24/07/2025 13:53:23 ຈຳນວນຢ້ຽມຊົມ 84 ຄັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ (20/07/1955-20/07/2025), ໃນຕອນບ່າຍຂອງວັນທີ 23ກໍລະກົດ 2025, ສະຫະພັນເເມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໄປທັດສະນະສຶກສາ ແລະ ທ່ຽວຊົມ ຫໍພິພິທະພັນສິລະປະລາວ ນໍາໂດຍ ສະຫາຍ ນາງ ສຸກສະຫວັນ ເເກ້ວວິໄລວັນ, ປະທານສະຫະພັນເເມ່ຍິງ ຄຕພ ພ້ອມດ້ວຍສະມາຊິກ ສະຫະພັນ ເເມ່ຍິງ ຄຕພ ຈໍານວນ 45ສະຫາຍ ເຂົ້າຮ່ວມ.
ຈຸດປະສົງຂອງການໄປທັດສະນະສຶກສາ ແລະ ທ່ຽວຊົມ ຫໍພິພິທະພັນສິລະປະລາວ ໃນຄັ້ງນີ້ ເເມ່ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ເເລະ ເພື່ອເຮັດໃຫ້ສະມາຊິກສະຫະພັນເເມ່ຍິງ ຄຕພ ໄດ້ຮຽນຮູ້ເຖິງສີໄມ້ລາຍມື ແລະ ຄຸນຄ່າຂອງຜົນງານ ໂດຍຜ່ານການເເກະສະຫຼັກໄມ້ຫຼາກຫຼາຍຊະນິດທີ່ເຕັມໄປດ້ວຍຄວາມສວຍງາມ, ໜ້າສົນໃຈ ແລະ ເປັນເອກະລັກຂອງວັດທະນະທໍາລາວ. ພ້ອມນັ້ນ, ກໍຍັງເປັນສະຖານທີ່ທ່ອງທ່ຽວທີ່ເປັນການອະນຸລັກຮີດຄອງປະເພນີລາວ, ສິລະປະວັດທະນະທໍາລາວເເຕ່ເໜືອເຖິງໃຕ້ ໂດຍໄດ້ຖ່າຍທອດຜ່ານການເເກະສະຫຼັກລວດລາຍຕ່າງໆທີ່ມີຄວາມປານີດ ເພື່ອພ້ອມກັນປົກປັກຮັກສາມູນມໍລະດົກອັນລໍ້າຄ່ານີ້ໃຫ້ຢູ່ຄູ່ກັບຄົນລາວສືບໄປ.
25/07/2025 17:34:07
24/07/2025 13:53:23
21/07/2025 11:17:11
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46