ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຊົມອະນຸສອນສະຖານ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນເກີດ ຄົບຮອບ 116 ປີ (13/07/1909-13/07/2025).
ເຜີຍແຜ່ໂດຍ: moderator ເວລາ: 16/07/2025 16:30:18 ຈຳນວນຢ້ຽມຊົມ 27 ຄັ້ງ ເນື່ອງໃນໂອກາດວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025), ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2025, ພະນັກງານຫຼັກແຫຼ່ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 30 ສະຫາຍ ນໍາໂດຍ ສະຫາຍ ບຸນຍອງ ບຸດທະວົງ, ຫົວໜ້າກົມການທູດປະຊາຊົນ, ຫົວໜ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ສະຖານທີ່ຂອງກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໄປຢ້ຽມຊົມອະນຸສອນສະຖານ ປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ທີ່ທ່ານໄດ້ອຸທິດທັງຕະຫຼອດຊີວິດຂອງຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສືບທອດເຖິງປັດຈຸບັນ. ພ້ອມນັ້ນ, ກໍເພື່ອແນໃສ່ການສຶກສາອົບຮົມ, ປູກຈິດສໍານຶກໃຫ້ພະນັກງານ-ສະມາຊິກພັກຂອງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຄົ້ນຄວ້າເຊື່ອມຊຶມຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງເພິ່ນ ເພື່ອນໍາໃຊ້ເຂົ້າໃນຊີວິດຕົວຈິງ, ພ້ອມກັນນັ້ນ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ 3 ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ.
ການໄປຢ້ຽມຊົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍ ກ່ຽວກັບວິລະກຳການຕໍ່ສູ້ກູ້ຊາດຂອງ ປະທານ ສຸພານຸວົງ ເຮັດໃຫ້ແຕ່ລະສະຫາຍໄດ້ຮັບຮູ້ ແລະ ເຫັນແຈ້ງຕໍ່ເຫດການຕໍ່ສູ້ທາງດ້ານການເມືອງ, ການ ທະຫານອັນສະຫຼາດຄ່ອງແຄ້ວຂອງ ປະທານ ສຸພານຸວົງ, ເຊິ່ງເປັນການທັດສະນະສຶກສາ, ຮຽນຮູ້ທັງເປັນການປູກ ຈິດສໍານຶກ, ຍົກສູງສະຕິຕໍ່ຊາດ, ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ກຳແໜ້ນ ແລະ ຮັບຮູ້ເຖິງປະຫວັດອັນພິລະອາດຫານ, ຄວາມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ຮັກບ້ານເກີດເມືອງນອນ ແລະ ນໍາເອົາບົດຮຽນທາງປະຫວັດສາດມາໝູນໃຊ້ ເຂົ້າໃນໜ້າທີ່ ວຽກງານການເມືອງຕົວຈິງຂອງຕົນ ໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ.
16/07/2025 16:30:18
15/07/2025 09:14:50
14/07/2025 13:10:55
11/07/2025 15:25:24
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46