ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ
ເຜີຍແຜ່ໂດຍ: moderator ເວລາ: 14/07/2025 13:10:55 ຈຳນວນຢ້ຽມຊົມ 59 ຄັ້ງ ໃນວັນທີ 14 ກໍລະກົດ 2025, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະ ໂດຍການເປັນເຈົ້າພາບແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ ນະຄອນຫຼວງວຽງຈັນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການຝຶກອົບຮົມຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ 3 ພັກ ລາວ-ຫວຽດ ນາມ-ກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນເຈົ້າພາບ, ເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ນັກສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ, ໂດຍສະເພາະ ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຄືກັບ ຄຽງ 3 ຂາ, ມີມູນເຊື້ອຄວາມສາມັກຄີສະໜິດແໜ້ນ, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນປັດໄຈສໍາຄັນ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດ ໃນປັດຈຸບັນ ແລະ ຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ຊີ້ນຳໃຫ້ບັນດາການນຳໜຸ່ມຂອງ 3 ປະເທດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍໄດ້ເນັ້ນໜັກຕ້ອງເພີ່ມທະວີການປະສານງານກັນຢ່າງໃກ້ຊິດ, ການໄປມາຫາສູ່, ໂດຍສະເພາະ ຮ່ວມກັນໂຄສະນາເຜີຍແຜ່ມູນເຊື້ອສາຍພົວພັນອັນດີງາມດັ່ງກ່າວ ດ້ວຍຫຼາຍເນື້ອໃນ, ຮູບການ ແລະ ໂອກາດ ເພື່ອເຮັດໃຫ້ຄົນຮຸ້ນຫຼັງຢູ່ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງແທ້ໆ. ພ້ອມກັນນີ້, ຍັງໄດ້ຊີ້ນຳໃຫ້ການນຳແຕ່ລະແຂວງທີ່ມີຊາຍແດນຕິດຈອດກັນ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດໃຫ້ແຂງແຮງກວ່າເກົ່າ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຕ່ລະແຂວງທີ່ເຫັນວ່າຍັງມີຢ່າງຫຼວງຫຼາຍ. ສຳຄັນແມ່ນພ້ອມກັນປົກປັກຮັກສາເສັ້ນຊາຍແດນ ລະຫວ່າງ 3 ປະເທດຂອງພວກເຮົາ ໃຫ້ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງຕໍ່ໄປໃນອະນາຄົດ.
ໃນໂອກາດນີ້, ຕາງໜ້ານັກສໍາມະນາກອນຂອງ 3 ປະເທດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ການໃຫ້ທິດຊີ້ນຳ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ເຊິ່ງສະແດງເຖິງການໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍທີ່ມີຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ທີ່ເປັນດັ່ງເຂັມທິດເຍືອງທາງ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນໃນການປົກປົກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ, ປະທານພັກປະຊາຊົນ ກໍາປູເຈຍ, ປະທານສະພາສູງ ກໍາປູເຈຍ ຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ແລະ ກໍາປູເຈຍ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
14/07/2025 13:10:55
11/07/2025 15:25:24
11/07/2025 08:55:37
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46