ການເຂົ້າຢ້ຽມຂໍ່ານັບເຈົ້າຄອງນະຄອນຫຼວງວຽງຈັນ(ໃນວັນທີ 10 ກໍລະກົດ 2025)
ເຜີຍແຜ່ໂດຍ: moderator ເວລາ: 11/07/2025 15:25:24 ຈຳນວນຢ້ຽມຊົມ 30 ຄັ້ງ ໃນຕອນບ່າຍ ວັນທີ 10 ກໍລະກົດ 2025, ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຄະນະຊຸດຝຶກອົບຮົມດັ່ງກ່າວ, ເຊິ່ງການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ໃນ 3 ຄັ້ງຜ່ານມາ ໃຫ້ເປັນຮູບປະທຳ;ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງ ຕໍ່ ນັກສໍາມະນາກອນທັງ 3 ພັກ ທີ່ໄດ້ເອົາໃຈໃສ່ຝຶກອົບຮົມ ແລະ ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ເຮັດໃຫ້ບັນດານັກສຳມະນາກອນເຫັນໄດ້ມູນເຊື້ອອັນດີງາມຂອງ 3 ພັກ, 3 ຊາດ ອິນດູຈີນ ທີ່ຈະຕ້ອງພ້ອມກັນສືບຕໍ່ເສີມຂະຫຍາຍເພີ່ມພູນຄູນສ້າງ; ພ້ອມນັ້ນ, ຊຸດຝຶກອົບຮົມ ຍັງໄດ້ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ໃນໂອກາດດັ່ງກ່າວ, ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ເນັ້ນວ່າ ການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ແມ່ນການພົວພັນທີ່ມີມູນເຊື້ອປະຫວັດສາດຍາວນານ, ເຊິ່ງກາຍເປັນມໍລະດົກອັນລໍ້າຄ່າ, ເປັນກໍາລັງແຮງອັນໃຫຍ່ຫຼວງແລະ ເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດໃນປັດຈຸບັນ.
ໂອກາດນີ້, ຕາງໜ້ານັກສໍາມະນາກອນຂອງ ແຕ່ລະປະເທດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງ ສະຫາຍ ອາດສະພັງທອງ ສີພັນດອນ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ ເພື່ອເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ຢຶນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນປົກປົກຮັກສາ, ເສີມຂະຫຍາຍສາຍພົວພັນອັນດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນຕອນທ້າຍ, ສະຫາຍ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອວຍພອນໃຫ້ ຄະນະຊຸດຝຶກອົບຮົມດັ່ງກ່າວ ຈົງປະສົບຜົນສໍາເລັດໃນໄລຍະການຝຶກອົບຮົມ ຢູ່ ສປປ ລາວ, ປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນ 3 ພັກ, 3 ປະເທດ ໃຫ້ງອກງາມຍິ່ງໆຂຶ້ນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສາມຊາດ ກໍຄື ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
11/07/2025 15:25:24
11/07/2025 08:55:37
10/07/2025 10:39:02
09/07/2025 08:55:23
09/07/2025 08:39:59
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46