ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂ້້າຢ້ຽມຂ່ຳນັບ ຂອງເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 11/07/2025 08:55:37 ຈຳນວນຢ້ຽມຊົມ 7 ຄັ້ງ ໃນວັນທີ 10 ກໍລະກົດ 2025 ທີ່ ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ຮັບຕໍາແໜ່ງໃໝ່ ເປັນຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາຢ້ຽມຂໍ່ານັບ ຂອງທ່ານເອກອັກຄະລັດຖະທູດ ໃນຄັ້ງນີ້, ເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມຊົມເຊີຍ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ມາຮັບໜ້າທີ່ເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ, ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ, ເຊິ່ງໃນໂອກາດຄົບຮອບ 70 ປີ ສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີນີ້ ສອງປະເທດໄດ້ຍົກລະດັບການພົວພັນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ທັງສາຍພັກ, ສາຍ ລັດ, ສະພາ ແລະ ການທູດປະຊາຊົນ; ຍິນດີຮ່ວມກັບຝ່າຍລາວ ໃນການສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານທູດ ທີ່ໄດ້ສະແດງຄວາມຊົມເຊີຍການມາຮັບໜ້າທີ່ໃໝ່ເປັນ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ ຝ່າຍຍີ່ປຸ່ນ ຊາບກ່ຽວກັບສະພາບພົ້ນເດັ່ນໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະທ້າຍສະໄໝຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ເພື່ອກະກຽມແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນປີ 2026 ແລະ ຜົນສຳເລັດໃນດ້ານຕ່າງໆທີ່ຍາດມາໄດ້ ພາຍໃຕ້ການນຳພາຂອງ ພັກ ປປ ລາວ; ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ຫາກໍ່ຖືກຍົກລະດັບຂື້ນໃນບໍ່ດົນຜ່ານມາ ແລະ ມີຄວາມຍິນດີທີ່ຈະສືບຕໍ່ຮ່ວມມືກັບ ທ່ານທູດ ໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ງອກງາມຍິ່ງຂື້ນ; ສະແດງຄວາມຂອບໃຈ ຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ກະສິກຳ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ, ພ້ອມນັ້ນ ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ຕີລາຄາສູງການພົວພັນຮ່ວມມື, ໄປມາຫາສູ່ກັນ ລະຫວ່າງ ພັກ ປປ ລາວ ກັບ ພັກເສລີປະຊາທິປະໄຕ, ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບຫລາຍຂຶ້ນ.
ໃນການພົບປະດັ່ງກ່າວ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ສະພາບພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ປຶກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບ ທິດທທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະແມ່ນ ການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຂອງ ສອງຝ່າຍ, ການສົ່ງເສີມການລົງທຶນ, ທ່ອງທ່ຽວ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ໂດຍຜ່ານບັນດາສະມາຄົມມິດຕະພາບຂອງ ສອງປະເທດ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
11/07/2025 08:55:37
10/07/2025 10:39:02
09/07/2025 08:55:23
09/07/2025 08:39:59
01/07/2025 14:42:06
01/07/2025 14:40:24
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46