ພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ
ເຜີຍແຜ່ໂດຍ: moderator ເວລາ: 09/07/2025 08:55:23 ຈຳນວນຢ້ຽມຊົມ 49 ຄັ້ງ ອີງຕາມ ການຕົກລົງຂອງການນຳສູງສຸດ ໃນກອງປະຊຸມພົບປະຂອງ 3 ພັກ-ລັດຖະບານ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງວັນທີ 25 ກັນຍາ 2021 ຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2025, ທີ່ ໂຮງແຮມ ຮໍລິເດ ອິນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໄດ້ພ້ອມກັນຈັດພິທີເປີດ ຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີ ສະຫາຍຄະນະນໍາ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງ ພ້ອມທັງນັກສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນລາຍງານ ກ່ຽວກັບ ແຜນການຝຶກອົບຮົມຄັ້ງນີ້ ເຊິ່ງຈະໃຊ້ເວລາ 8 ວັນ, ແຕ່ວັນທີ 8-15 ກໍລະກົດ 2025, ໂດຍມີຜູ້ເຂົ້າຮ່ວມຈາກ ລາວ ຈໍານວນ 20 ສະຫາຍ, ຫວຽດນາມ 15 ສະຫາຍ ແລະ ກໍາປູເຈຍ 15 ສະຫາຍ, ລວມທັງໝົດ 50 ສະຫາຍ (ຍິງ 2 ສະຫາຍ). ບັນດານັກສໍາມະນາກອນຂອງ 3 ປະເທດ ຈະໄດ້ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ; ໂດຍຈະລົງເລິກແລກປ່ຽນ 6 ຫົວຂໍ້ສໍາຄັນຄື: 1) ບົດບາດຂອງ ພັກປະຊາຊົນ ປະຕິວັດລາວ ໃນເວທີສາກົນ; 2) ການພົວພັນທີ່ເປັນມູນເຊື້ອ ລາວ-ຫວຽດນາມ-ກໍາປູເຈຍ; 3) ການກໍ່ສ້າງ ແລະ ປ້ອງກັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການຮ່ວມມື ຂອງ 3 ປະເທດ; 4) ຍຸດທະສາດການພັດທະນາເສດຖະກິດ-ການຄ້າ ຂອງ 3 ປະເທດ ໃນສະພາບການເຊື່ອມໂຍງພາກພື້ນ ແລະ ສາກົນ; 5) ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນສະພາບການເຊື່ອມໂຍງສາກົນ; 6) ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທໍາຂອງ 3 ປະເທດ. ນອກນີ້, ນັກສໍາມະນາກອນ ຍັງຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດສໍາຄັນຈໍານວນໜຶ່ງຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.
ໃນພິທີດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ, ປະທານຄະນະຈັດຕັ້ງພິທີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຊຸດຝຶກອົບຮົມດັ່ງກ່າວ, ໂດຍໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງການຝຶກອົບຮົມຄັ້ງນີ້ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການພົບປະຂອງການນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນຍ, ສສ ຫວຽດນາມ ໃນເດືອນກັນຍາ 2021, ຍົກໃຫ້ເຫັນມູນເຊື້ອການພົວພັນອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ທີ່ມີລັກສະນະພິເສດຂອງ 3 ພັກ ທີ່ມີມາແຕ່ດົນນານ, ເຄີຍຄ່ຽງບ່າຄ່ຽງໄຫຼ່ກັນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ການປະສານສົມທົບ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນພາລະກິດ ແຫ່ງການສ້າງສາ-ພັດທະນາປະເທດຊາດ ໃນປັດຈຸບັນ. ເຊິ່ງໃນຕອນທ້າຍ, ສະຫາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ເນັ້ນໃຫ້ນັກສໍາມະນາກອນທັງ 3 ປະເທດ ເອົາໃຈໃສ່ແລກປ່ຽນກັນຢ່າງກົງໄປກົງມາ, ພ້ອມທັງ ອວຍພອນໃຫ້ການຝຶກອົບຮົມຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.
09/07/2025 08:55:23
09/07/2025 08:39:59
01/07/2025 14:42:06
01/07/2025 14:40:24
16/06/2025 13:59:37
16/06/2025 13:58:03
16/06/2025 08:55:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46