ການໄປວາງພວາງມາລາ ແລະ ຂຽນປຶ້ມໄຫວ້ອາໄລ ສະຫາຍ ເຈີນດຶກເລືອງ, ອະດີດປະທານປະເທດ ສສ ຫວຽດນາມ ຂອງ ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 24/05/2025 17:17:31 ຈຳນວນຢ້ຽມຊົມ 155 ຄັ້ງ ໃນວັນທີ 24 ພຶດສະພາ 2025, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລເຖິງດວງວິນຍານ ສະຫາຍ ເຈີ່ນດຶກເລືອງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ເຊິ່ງເນື້ອໃນປຶ້ມໄຫວ້ອາໄລ ມີເນື້ອໃນຂຽນວ່າ: ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈີນດຶກເລືອງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.
ສະຫາຍ ເຈີນດຶກເລືອງ ໄດ້ອຸທິດ ແລະ ທຸ້ມເທສະຕິປັນຍາ, ເຫື່ອແຮງຂອງຕົນ ເພື່ອພາລະກິດສ້າງສາພັດທະນາປະເທດຊາດຫວຽດນາມ ໃຫ້ນັບມື້ຈະເລີນເຂັ້ມແຂງ. ຕໍ່ໍກັບ ສປປ ລາວ ສະຫາຍ ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫຼອດ.
ການຈາກໄປຂອງ ສະຫາຍ ເຈີນດຶກເລືອງ ບໍ່ພຽງແຕ່ເປັນການສູນເສຍການນໍາຫຼັກແຫຼ່ງຜູ້ດີເດັ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍ ທີ່ໃກ້ຊິດທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າ.
ໃນເວລາເສົ້າໂສກເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຄື ຄອບຄົວ ຂອງ ສະຫາຍ ເຈີນດຶກເລືອງ ມານະໂອກາດນີ້ດ້ວຍ.
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46