ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ
ເຜີຍແຜ່ໂດຍ: moderator ເວລາ: 20/05/2025 15:44:44 ຈຳນວນຢ້ຽມຊົມ 128 ຄັ້ງ ໃນຕອນເຊົ້າ ຂອງວັນທີ 20 ພຶດສະພາ 2025, ຢູ່ທີ່ສໍານັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ຈັດຕັ້ງການລະນຶກວັນເກີດ ຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19/5/1890-19/5/2025), ໃນໂອກາດນີ້, ໄດ້ຊົມຮູບເງົາສາລະຄະດີ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ເພື່ອສະແດງຄວາມຮູ້ບຸນຄຸນ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນຫວຽດນາມອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ. ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນຕື່ມ ວ່າ : ປະທານ ໂຮ່ຈີມິນ ແມ່ນຜູ້ນໍາທີ່ຍິ່ງໃຫຍ່ຂອງ ພັກ ແລະ ປະຊາຊົນຫວຽດນາມ, ເປັນຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ ທີ່ເປັນຕົ້ນກໍາເນີດຂອງ ພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ ໃນປັດຈຸບັນ. ໃນສະພາບການຂອງໂລກ ແຕ່ລະຍຸກ, ແຕ່ລະສະຕະວັດ ຜ່ານມາມີຫຼາຍເຫດການປະຫວັດສາດ, ມີຫຼາຍນັກປາດອາຈານ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກບຸກເບີກທາງດ້ານວິທະຍາສາດສັງຄົມວິທະຍາສາດທໍາມະຊາດ ເກີດຂຶ້ນ ຈົນມາຮອດປັດຈຸບັນແມ່ນ 4.0 ແຕ່ບຸກຄົນທີ່ຊອກສະແຫວງຫາ ເພື່ອປ່ຽນແປງລະບອບການປົກຄອງ, ຊອກເສັ້ນທາງປະຕິວັດ ເພື່ອຕໍ່ສູ້ເອົາຄວາມເປັນເອກະລາດ ແລະ ການຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ ໃຫ້ແກ່ມວນມະນຸດ, ຊອກຫາເສັ້ນທາງແຫ່ງການປ່ຽນແປງທາງດ້ານການເມືອງນັ້ນ ແລະ ອາດເວົ້າໄດ້ວ່າ ສະຕະວັດໜຶ່ງ ເກີດຂຶ້ນບໍ່ພຽງເທົ່າໃດຄົນເຊັ່ນ: ມາກ, ອັງແກນ, ເລນິນ ແລະ ໃນນັ້ນ ມີ ປະທານ ໂຮ່ ຈີ ມິນ.
ເມື່ອຫວນຄືນເຖິງຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີມິນ ໃນໄລຍະທີ່ປະເທດຊາດຕົກຢູ່ໃນການປົກຄອງຂອງພວກລ່າເມືອງຂຶ້ນນັ້ນ, ປະທານ ໂຮ່ຈີມິນ ໄດ້ຍອມເສຍສະຫຼະທຸກສິ່ງຢ່າງ ອອກຈາກບ້ານເກີດເມືອງນອນ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂດຍຊອກເຫັນ ລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ອິນດູຈີນ ຢ່າງປະດິດສ້າງ, ການກໍາເນີດຂອງພັກກອມມູນິດອິນດູຈີນ ໃນປີ 1930 ທີ່ຖືເປັນພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີມິນ ໄດ້ສ້າງຂຶ້ນມາ ເພື່ອຢາກໃຫ້ມີຂະບວນການຕໍ່ສູ້ປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ອອກຈາກອິນດູຈີນ ແລະ ປົດປ່ອຍປະຊາຊົນຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດ ແລະ ກໍາລັງຈົມຢູ່ໃນຄວາມມືດມົນ ຢູ່ໃນລະບອບການປົກຄອງເກົ່ານັ້ນ ໃຫ້ມີອິດສະຫຼະພາບ, ມີເອກະລາດ, ມີຄວາມສະເໝີພາບ ແລະ ເປັນພົນລະເມືອງ ທີ່ເຕັມໄປດ້ວຍສັກສີຂອງ ສາມປະເທດອິນດູຈີນ, ເຊິ່ງຖືເປັນຄວາມມຸ່ງມາດປາຖະໜາອັນສູງສົ່ງຂອງ ປະທານ ໂຮ່ຈີມິນ ໂດຍມີຄໍາເວົ້າອະມະຕະຂອງເພິ່ນ ເວົ້້າວ່າ “ບໍ່ມີສິ່ງໃດ ປະເສີດກວ່າ ເອກະລາດ ແລະ ເສລີພາບ” ທີ່ນັກປະຕິວັດຫວຽດນາມ, ນັກປະຕິວັດລາວ ແລະ ນັກປະຕິວັດກໍາປູເຈຍ ໄດ້ຮ່ວມມື, ຮ່ວມແຮງ ແລະ ຮ່ວມໃຈ ເປັນຈິດໜຶ່ງໃຈດຽວກັນ ຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງຄວາມມຸງມາດປາຖະ ໜາຂອງ ປະທານ ໂຮ່ຈີມິນ ນັ້ນ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ.
ປະທານ ໂຮ່ຈີມິນ ເປັນບຸກຄົນພິເສດ ທີ່ມີການດໍາລົງຊີວິດແບບງ່າຍດາຍ, ຮ່ວມກັບປະຊາຊົນ ແລະ ຮ່ວມກັບກອງທັບ, ມີຄວາມປະຢັດ, ສັດທ່ຽງ, ຊື່ສັດບໍລິສຸດ, ເອົາຜົນປະໂຫຍດຂອງປະເທດ ຊາດ, ຂອງປະຊາຊົນ ຢູ່ ເໜືອກວ່າສິ່ງໃດໆ, ເພິ່ນໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະຕິບັດພາລະກິດຂອງປະເທດຊາດ ແລະ ໄດ້ເຮັດສໍາເລັດ, ນໍາເອົາຜົນສໍາເລັດອັນຍິ່ງໃຫຍ່ ມາສູ່ປະຊາຊົນຫວຽດນາມ ແລະ ປະຊາຊົນສາມຊາດອິນດູຈີນ ຂອງພວກເຮົາ. ຂ້າພະເຈົ້າ ຄິດວ່າ ຄວາມເວົ້າ ອັນອະມະຕະຂອງ ປະທານ ໂຮ່ ທີ່ໄດ້ກະຕຸກຊຸກຍູ້ຈິດໃຈຂອງນັກລົບປະຕິວັດ ກໍຄື ປະຊາຊົນຫວຽດນາມ ນັ້ນວ່າ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ອັນນີ້ໄດ້ກາຍເປັນຄວາມເປັນຈິງຂຶ້ນມາ, ການທີ່ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ, ນັກຮົບຫວຽດນາມ ໄດ້ເຂົ້າມາຊ່ວຍເຫຼືອ ການປະຕິວັດລາວ, ສະໜັບສະໜູນການປະຕິວັດລາວ, ຮ່ວມຄຽງບ່າຄຽງໄຫຼ່ກັບ ປະຊາຊົນລາວ ແລະ ນັກຮົບລາວ ຕໍ່ສູ້ເພື່ອປົດປ່ອຍຊາດເຮົາ ດ້ວຍຄວາມເສຍສະຫຼະ ແລະ ບໍ່ຄໍານຶງເຖິງຄວາມຫຍຸ້ງຍາກ ກັນດານໃດໆ ແລະ ການຊ່ວຍເຫຼືອທີ່ທັນການ ແລະ ບໍ່ມີເງື່ອນໄຂໃດໆ ແມ່ນເປັນການຊ່ວຍເຫຼືອອັນຍິ່ງໃຫຍ່, ຄວາມເສຍສະຫຼະຂອງນັກຮົບຫວຽດນາມ ທີ່ເອົາເລືອດທາແຜນດິນລາວເຮົາບໍ່ຈັກວ່າເທົ່າໃດຄົນນັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິວັດ ປົດປ່ອຍຊາດຂອງລາວເຮົາຕະຫຼອດມາ ແລະ ໃນໄລຍະທີ່ພວກເຮົາ ດໍາເນີນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດນີ້ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ກໍບໍ່ໄດ້ລົດລະໃນການສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ພວກເຮົາ ບັນລຸບັນດາເປົ້າໝາຍທີ່ພວກເຮົາວາງໄວ້.
ຂ້າພະເຈົ້າ ໄດ້ພົບກັບ ສະຫາຍ ໂຕເລິມ ໃນເວລາ ສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ການທ້ອນໂຮມປະເທດຊາດຫວຽດນາມ ເຂົ້າເປັນອັນດຽວນັ້ນ, ສະຫາຍ ໂຕ ເລິມ ໄດ້ເນັ້ນແລ້ວເນັ້ນອີກ ວ່າ: ລາວ ໄດ້ຊ່ວຍເຫຼືອ ພັກ, ລັດ ແລະ ກອງທັບຫວຽດນາມ ຢ່າງຫຼວງຫຼາຍ ໃນການສ້າງໂອກາດ ເປີດເສັ້ນທາງ ໂຮ່ຈິມິນ ໃຫ້ກອງທັບຫວຽດນາມ ສາມາດລົງໄປປົດປ່ອຍພາກໃຕ້ຫວຽດນາມ ນັ້ນ ຈົນໄດ້ຮັບຜົນສໍາເລັດ, ອັນນີ້ເປັນການຊ່ວຍເຫຼືອເຊິ່ງກັນ ແລະກັນ, ພວກເຮົາກໍ່ຄຶດເຫັນຄໍາຕັກເຕືອນຂອງ ປະທານ ໂຮ່ຈິມິນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ”, ພວກເຮົາກໍ່ມີການຊ່ວຍເຫຼືອຢ່າງຈິງໃຈຕໍ່ສະຫາຍຫວຽດນາມ ເພື່ອປົດປ່ອຍພາກໃຕ້ຫວຽດນາມ ກ້າວໄປເຖິງການທ້ອນໂຮມປະເທດຊາດຫວຽດນາມ ເປັນການສ້າງເງື່ອນໄຂສໍາຄັນໃຫ້ແກ່ ການສະຖາປະນາ ສປປ ລາວ ຂອງພວກເຮົາ ໃນວັນທີ 02 ທັນວາ 1975, ເມື່ອເປັນແນວນັ້ນ ຄໍາເວົ້າອັນເປັນອະມະຕະຂອງເພິ່ນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ມັນຈະຝັງເລິກຢູ່ໃນຈິດໃຈຂອງປະຊາຊົນສອງຊາດຂອງພວກເຮົາຕະຫຼອດໄປ, ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ເຮັດໃຫ້ຄວາມສໍາພັນອັນມີມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະສືບຕໍ່ຍືນຍົງຕະຫຼອດໄປ. ນີ້ເປັນມໍລະດົກຕົກທອດ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາລຸ້ນສືບທອດຕ່າງໆຂອງພວກເຮົາ ຍັງສືບຕໍ່ປົກປັກຮັກສາ, ຍືດໝັ້ນຢູ່ປັດຈຸບັນນີ້ ບໍ່ໃຫ້ເສື່ອມຄາຍ, ບໍ່ໃຫ້ກາຍເປັນແນວອື່ນໄປໄດ້ ເດັດຂາດ... ເວົ້າງ່າຍໆ ບໍ່ໃຫ້ສັດຕູໂຕໃດ ເຂົ້າມາມ້າງເພທໍາລາຍໄດ້, ພວກເຮົາ ເຄີຍເວົ້ານໍາກັນວ່າ ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຮົາຕ້ອງປົກປັກຮັກສາ ຄືກັນກັບປົກປັກຮັກສາໜ່ວຍຕາຂອງຕົນເອງ ຂອງພວກເຮົາແຕ່ລະຄົນນັ້ນ.
ໃນໂອກາດ ຄົບຮອບ 135 ປີ ວັນເກີດຂອງ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ພວກເຮົາໄດ້ມີການຈັດຕັ້ງ ຊົມວີດີໂອທີ່ຜ່ານໄປຫວ່າງກີ້ນີ້ ເຖິງວ່າວີດີໂອນີ້ສັ້ນໆ ແຕ່ວ່າກໍໄດ້ວາດພາບໃຫ້ເຫັນໝົດ ຄຸນສົມບັດສິນທໍາປະຕິວັດ, ຄວາມອົງອາດກ້າຫານ, ຄວາມເປັນແບບຢ່າງອັນໃຫຍ່ຫຼວງ ໃຫ້ຄົນລຸ້ນພວກເຮົາໄດ້ຮໍ່າຮຽນເອົາຊີວິດ ການນໍາພາປະຕິວັດ ຂອງ ປະທານ ໂຮ່ຈິມິນ ໄວ້ໃນຈິດໃຈຂອງພວກເຮົາເປັນຢ່າງດີ, ຂ້າພະເຈົ້າ ຄິດວ່າ ພວກເຮົາຕ້ອງເຮັດແນວໃດ ພັກ ຂອງພວກເຮົາຈະສືບຕໍ່ ໃຫ້ເປັນພັກທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ໄດ້ຮັບຄວາມສັດທາຂອງປະຊາ ຊົນຂອງພວກເຮົາ, ພວກເຮົາຮໍ່າຮຽນເອົາສິ່ງທີ່ດີເລີດຂອງບັນດາຜູ້ນໍາຂອງພວກເຮົາ, ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໄວ້ເປັນອາວຸດ ເພື່ອປົກປັກຮັກສາ ຄວາມສາມັກຄີ, ສ້າງຂະບວນການ ເພື່ອເຮັດໃຫ້ພັກຂອງພວກເຮົາ ສືບຕໍ່ເປັນພັກນໍາໜ້າ, ເປັນພັກປະຕິວັດ, ສືບຕໍ່ເປັນພັກກໍາອໍານາດຕໍ່ໄປ ຢ່າງບໍ່ໃຫ້ສັດຕູໂຕໃດມາມ້າງເພໄດ້, ອັນນີ້ພວກເຮົາໄດ້ເຫັນ ຊີວິດຂອງປະທານ ໂຮ່ຈິມິນ ນັ້ນກໍ່ຄໍານຶງເຖິງແລ້ວ ເຮັດໃຫ້ເຮົາມີກໍາລັງແຮງ, ກໍາລັງໃຈ ເພື່ອສູ້ຊົນບຸກບືນ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆທີ່ເຮົາອາດຈະປະເຊີນໃນຕໍ່ໜ້ານີ້. ບໍ່ສະເພາະແຕ່ປະຊາຊົນຫວຽດນາມ, ປະຊາຊົນລາວ, ປະຊາຊົນກໍາປູເຈຍ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ຍົກຍ້ອງສັນລະເສີນ ປະທານ ໂຮ່ຈິມິນ ເທົ່ານັ້ນ, ແຕ່ວ່າປີ 1987 ອົງການ UNESCO ໄດ້ມີ ມະຕິສັນລະເສີນ ປະທານ ໂຮ່ຈິມິນ ວ່າເປັນວິລະຊົນປົດປ່ອຍຊາດ, ເປັນນັກວັດທະນະທໍາທີ່ດີເດັ່ນຂອງຍຸກສະໄໝ.
ເນື່ອງໃນໂອກາດ ວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ ຂໍອວຍພອນອັນປະເສີດໃຫ້ ພັກກອມມູນິດຫວຽດນາມ ຈົງສືບຕໍ່ພາລະກິດອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈິມິນ ເພື່ອເຮັດພາລະກິດ ພັດທະນາປະເທດຊາດຫວຽດນາມ ໃຫ້ຮັ່ງມີຈະເລີນຕໍ່ໄປ. ຂໍໃຫ້ ຄວາມສາມັກຄີພິເສດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ທີ່ມີມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ຂອງພວກເຮົາ ສືບຕໍ່ໝັ້ນຄົງຕະຫຼອດໄປ, ຂໍໃຫ້ພາລະກໍາຂອງ ປະທານ ໂຮ່ຈິມິນ ຈົງຍືນຍົງຢູ່ນໍາພາລະກິດຂອງພວກເຮົາຕະຫຼອດໄປ.
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46