ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ
ເຜີຍແຜ່ໂດຍ: moderator ເວລາ: 05/05/2025 08:37:46 ຈຳນວນຢ້ຽມຊົມ 58 ຄັ້ງ ໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2025, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດ ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີ ຄະນະພັກ, ຄະນະນຳ, ຄະນະກົມ ແລະ ພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ເກີລໍ່ ຢ່າງກໍ່, ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 336/ຄລສພ, ລົງວັນທີ 02/01/2025 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ນາງ ສິຣິພອນ ຄູຫາເທບ, ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມ ເອີຣົບ-ອາເມຣິກາ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
ສະຫາຍ ນາງ ສິຣິພອນ ຄູຫາເທບ ແມ່ນຜູ້ໜຶ່ງທີ່ມີຄຸນງາມຄວາມດີ ແລະ ຜົນງານຢ່າງຫຼວງຫຼາຍຕໍ່ຂະ ແໜງການຕ່າງປະເທດ ໃນໄລຍະຜ່ານມາເປັນຕົ້ນແມ່ນໄດ້ຮັບການແຕ່ງຕັ້ງເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆ. ນອກນັ້ນ, ຍັງເຄີຍໄປປະຈຳການຢູ່ຕ່າງປະເທດ ເຊິ່ງເປັນຮອງຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສິງກະໂປ.
ໃນຕອນທ້າຍ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າ ຄຕພ ກໍ່ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີດັ່ງກ່າວ ໂດຍໄດ້ກ່າວວ່າ: ການອອກພັກຜ່ອນຮັບອຸດໜູນ-ບຳນານ ໝາຍເຖິງກຽດອັນສູງສົ່ງຂອງພະນັກງານ ທີ່ໄດ້ເຮັດສຳເລັດໜ້າທີ່ການປະຕິວັດ ຢ່າງສຸດກົກສຸດປາຍ, ເປັນການປະຕິ ບັດນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຕໍ່ພະນັກງານທີ່ມີຄຸນງາມຄວາມດີ, ເຮັດສຳເລັດການປະຕິວັດ ແລະ ໜ້າທີ່ການເມືອງ ທັງເປັນກົດເກນທີ່ພະນັກງານທຸກຂັ້ນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46