ຄະນະພົວພັນຕ່າງປະເທດສູນກາງພັກ, ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປີ 2024; ສະຫຼຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ
ເຜີຍແຜ່ໂດຍ: moderator ເວລາ: 12/03/2025 11:37:31 ຈຳນວນຢ້ຽມຊົມ 28 ຄັ້ງ ໃນວັນທີ 07 ມີນາ 2025, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປີ 2024; ສະຫຼຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2025 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວ ໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງມີບັນດາຄະນະບໍລິຫານງານພັກ, ຫ້ອງການ, ບັນດາກົມ, ພະແນກ, ສະມາຊິກພັກ, ພະນັກງານ ເຂົ້າຮ່ວມ 92 ສະຫາຍ, ຍິງ 36 ສະຫາຍ.
ສະຫາຍ ຮັກສາການ ເລຂາຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງມາຍັງບັນດາໜ່ວຍພັກພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສາມາດສ້າງ ແລະ ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໄດ້ເຖິງ 6 ໜ່ວຍພັກ ເຊິ່ງເປັນຄັ້ງທີ 2 ທີ່ສາມາດຍາດມາໄດ້ພ້ອມກັນທັງ 6 ໜ່ວຍພັກ ສາມາດຕີລາໄດ້ 100 %, ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງການຊີ້ນຳໆພາ, ຄວາມເປັນເອກະພາບພາຍໃນໜ່ວຍພັກ, ຄວາມບຸກບືນຫ້າວຫັນໃນການເຄື່ອນໄຫວເຮັດໜ້າທີ່ການເມືອງ ຂອງສະມາຊິກພັກ-ພະນັກງານຢ່າງຕັ້ງໜ້າ ໂດຍຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງບັນດາກົມ ສຳເລັດຜົນດ້ວຍດີ ເຊິ່ງສະແດງອອກໃນການປະເມີນວຽກງານ ແລະ ການຍ້ອງຍໍ ປະຈຳປີ 2024 ຂອງພະນັກງານ-ລັດຖະກອນ ທີ່ຜ່ານມານີ້.
ໂອກາດນີ້ ສະຫາຍ ກໍ່ໄດ້ໃຫ້ທິດຊີ້ນຳບັນດາໜ່ວຍພັກ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງພາກັນສືບຕໍ່ຮັກສານາມມະຍົດໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຊຸມປີຕໍ່ໜ້າ ແລະ ຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ເອົາໃຈໃສ່ວຽກງານນຳພາການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ເປັນກົກ, ເອົາໃຈໃສ່ໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ພ້ອມກັນປັບປຸງລະບອບແບບແຜນວິທີເຮັດວຽກກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ເອົາໃຈໃສ່ການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ວາງອອກ, ຮັບປະກັນໃນການເປັນເສນາທິການໃຫ້ຂັ້ນເທິງໃນແຕ່ລະໄລຍະ, ໃນໂອກາດດຽວກັນ, ບັນດາໜ່ວຍພັກ ພາຍໃນ ຄຕພ ກໍ່ໄດ້ຂື້ນຈັບມືເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2025, ໂດຍບັນດາໜ່ວຍພັກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກຂອງຕົນ ແລະ ຫຼາຍກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອສຶບຕໍ່ເປັນເຈົ້າການໃນການຮັກສານາມມະຍົດໜ່ວຍພັກຂອງຕົນໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2025 ແລະ ໃນປີຕໍ່ໄປ.
12/03/2025 11:32:52
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10