ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສະພາຜູ້ຊ່ຽວຊານ ຄັ້ງທີ 2 ຂອງຄະນະປະຈຳຂະບວນການ: “ເພື່ອເສລີພາບ ຂອງບັນດາຊາດ” ໃນວັນທີ 06 ມີນາ 2025 (ຜ່ານຮູບແບບວິດີໂອທາງໄກ)
ເຜີຍແຜ່ໂດຍ: moderator ເວລາ: 12/03/2025 11:32:52 ຈຳນວນຢ້ຽມຊົມ 21 ຄັ້ງ ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ເຄນທອງ ນວນທະສິງ, ອະດີດຮອງປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ອະດີດເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມສະພາຜູ້ຊ່ຽວຊານ ຄັ້ງທີ 2 ຂອງຄະນະປະຈຳກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະ ໄໝໃໝ່, ຂະບວນການ: “ເພື່ອເສລີພາບ ຂອງບັນດາຊາດ”, ເຊິ່ງໄດ້ຈັດຂຶ້ນໃນວັນທີ 06 ມີນາ 2025, ຜ່ານຮູບແບບວິດີໂອທາງໄກ, ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງ ແລະ ອົງການຕ່າງໆ ທັງໝົດ 18 ພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມສະພາຜູ້ຊ່ຽວຊານຄັ້ງນີ້ ແມ່ນກອງປະຊຸມປຶກສາຫາລື ແລະ ລົງເລິກສຶກສາບັນຫາຕ່າງໆທີ່ເປັນການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍ ແລະ ຈຸດປະສົງຂອງຂະບວນການເຄື່ອນໄຫວ. ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບ ສອງຫົວຂໍ້ຫຼັກຄື: 1). ການປະເມີນຜົນກະທົບທາງລົບຢ່າງຮອບດ້ານຂອງການປະຕິບັດລ່າເມືອງຂຶ້ນແບບໃໝ່ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາລັດທີ່ໄດ້ຮັບຜົນກະທົບ; 2). ບັນຫາການບິດເບືອນປະຫວັດສາດຂອງບັນດາປະເທດທີ່ເຄີຍຕົກເປັນຫົວເມືອງຂຶ້ນ ຈາກອະດີດພວກລ່າເມືອງຂຶ້ນ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍສະແດງຄວາມຊົມເຊີຍ ຕໍ່ ພັກຣັດເຊຍເອກະພາບ ໃນການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ຊຶ່ງເປັນໂອກາດອີກຄັ້ງໜຶ່ງ ໃຫ້ບັນດາສະມາຊິກສະພາຜູ້ຊ່ຽວຊານ ໄດ້ປຶກສາຫາລື, ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການ ແລະ ບົດຮຽນຂອງຕົນໃນການຮັບມືກັບຜົນກະທົບ ແລະ ສິ່ງທ້າທາຍຈາກລັດທິລ່າເມືອງຂຶ້ນແບບໃໝ່, ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖິງຜົນກະທົບທີ່ ສປປ ລາວ ໄດ້ຮັບຈາກລັດທິລ່າເມືອງຂຶ້ນແບບໃໝ່ ຕະຫຼອດໄລຍະຜ່ານມາ ແລະ ຢໍ້າຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ໃນການຕ້ານລັດທິລ່າເມືອງຂຶ້ນແບບໃໝ່, ຍົກໃຫ້ເຫັນແນວທາງນະໂຍບາຍອັນຖືກຕ້ອງຂອງ ພັກ ປປ ລາວ ກໍຄືການປະກອບສ່ວນຂອງພັກ ປປ ລາວ ໃນເວທີສາກົນ; ພ້ອມນັ້ນກໍໄດ້ຮຽກຮ້ອງໃຫ້ພັກການເມືອງປະເທດຕ່າງໆ ຕ້ອງພ້ອມກັນຍົກສູງ ແລະ ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືກັນ ໃນການຮັບມືກັບສິ່ງທ້າທາຍຈາກລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່ ເພື່ອສືບຕໍ່ປະກອບສ່ວນຊຸກຍູ້ຂະບວນການ “ເພື່ອເສລີພາບ ຂອງບັນດາຊາດ”.
12/03/2025 11:32:52
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10