ສາມອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ຄຕພ ມອບເຄື່ອງຊ່ວຍເຫຼືອ ແລະ ທັດສະນະສຶກສາ ທີ່ ແຂວງໄຊສົມບູນ
ເຜີຍແຜ່ໂດຍ: moderator ເວລາ: 06/03/2025 14:43:44 ຈຳນວນຢ້ຽມຊົມ 49 ຄັ້ງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ກໍຄື ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຂອງຮາກຖານໜ່ວຍຂອງບັນດາອົງການຈັດ ຕັ້ງມະຫາຊົນ ຂອງຫ້ອງການ ຄຕພ. ດັ່ງນັ້ນ, ໃນວັນທີ 28 ກຸມພາ 2025, ສາມອົງການຈັດຕັ້ງມະຫາຊົນຫ້ອງການ ຄຕພ ນໍາໂດຍ ສະຫາຍ ບຸນຍາເດດ ໄຊຍະວົງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ຄຕພ ໄດ້ໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທະຫານ ແລະ ນັກຮຽນ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ທີ່ພວມປະຕິບັດໜ້າທີ່ ແລະ ອາໄສຢູ່ເຂດຫຍຸ້ງຍາກ ໂດຍປະກອບມີ ອຸປະກອນກິລາ, ອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ ລວມມູນຄ່າຫຼາຍກວ່າ 50 ລ້ານກີບ, ຕາງໜ້າຮັບໂດຍ ສະຫາຍ ເວີນຈອນ ວົງພົມມີ, ຮອງເລຂາພັກເມືອງລ້ອງແຈ້ງ, ມີຄະນະພັກ-ຄະນະບັນຊາ ປກຊ ແລະ ຫ້ອງການສຶກສາ-ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍຮອງເລຂາພັກເມືອງລ້ອງແຈ້ງ ກໍໄດ້ລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະຜ່ານມາ ແລະ ນໍາພາຄະນະສາມອົງການຈັດຕັ້ງມະຫາຊົນຫ້ອງ ການ ຄຕພ ໄປທັດສະນະສຶກສາພຶດຕິກໍາຕົວຈິງໃນການລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານເມືອງ ເພື່ອຖອດຖອນບົດຮຽນໃນການກໍ່ສ້າງຮາກຖານ. ນອກຈາກນັ້ນ, ຄະນະກໍຍັງໄດ້ທ່ຽວຊົມສະຖານທີ່ສໍາຄັນທາງປະຫວັດສາດ ກໍຄື ແຫຼ່ງທ່ອງທ່ຽວທໍາມະຊາດ ທີ່ເປັນທ່າແຮງຂອງ ແຂວງໄຊສົມບູນ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10