ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ສະມາຄົມມິດຕະພາບ ອົດສະຕຣາລີ-ລາວ ພົບປະເຮັດວຽກ
ເຜີຍແຜ່ໂດຍ: moderator ເວລາ: 04/03/2025 14:25:43 ຈຳນວນຢ້ຽມຊົມ 38 ຄັ້ງ ວັນທີ 03 ມີນາ 2025, ສະມາຄົມມິດຕະພາບ ລາວ - ອົດສະຕຣາລີ ແລະ ສະມາຄົມມິດຕະພາບ ອົດສະຕຣາລີ-ລາວ ໄດ້ພົບປະເຮັດວຽກເປັນຄັ້ງທຳອິດ ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ ພາຍຫຼັງທີ່ສອງສະມາຄົມດັ່ງກ່າວ ໄດ້ສ້າງຕັ້ງໃນເດືອນ ຕຸລາ 2023. ຝ່າຍ ລາວ ນໍາໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ຝ່າຍ ອົດສະຕຣາລີ ນໍາໂດຍ ທ່ານ ນາງ ລິນດາ ວໍໄທຊອງ, ອາດີດເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງເຄືອຈັກກະພົບອົດສະຕຣາລີ ປະຈໍາ ສປປ ລາວ, ປະທານສະມາຄົມມິດຕະພາບ ອົດສະຕຣາລີ-ລາວ. ນອກນັ້ນ, ຍັງມີບັນດາທ່ານຮອງປະທານ ແລະ ຄະນະບໍລິຫານງານສະມາຄົມມິດຕະພາບສອງຝ່າຍ ເຂົ້າຮ່ວມ. ໃນການພົບປະຄະນະຜູ້ແທນສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ເປັນຕົ້ນແມ່ນປຶກສາຫາລືສ້າງກົນໄກປະສານງານ, ການໄປມາຫາສູ່ແລກປ່ຽນຄະນະຜູ້ແທນ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອເປັນແນວທາງພົວພັນຮ່ວມມືກັນໃນຕໍ່ໜ້າ.
ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ສອງສະມາຄົມມິດຕະພາບ ໄດ້ພົວພັນ ແລະ ຮ່ວມມືຊ່ວຍເຫຼືອບາງໂຄງການ ແລະ ກິດຈະກໍາຮ່ວມກັນ ເປັນຕົ້ນແມ່ນໂຄງການປັບປຸງລະບົບນໍ້າສະອາດໃຫ້ແກ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຈັດງານກິລາມິດຕະພາບ ປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ ແລະ ອົດສະຕຣາລີ ຄົບຮອບ 72 ປີ ແລະ 30 ປີແຫ່ງການກໍ່ສ້າງຂົວມິດຕະພາບລາວ-ໄທ ທີ່ໄດ້ຮັບທຶນຈາກອົດສະຕຣາລີ, ເຊິ່ງເປັນສັນຍາລັກອັນສໍາຄັນໃນການພົວພັນຮ່ວມມືລາວ ແລະ ສະຕຣາລີ ແລະ ພາຍຫຼັງພົບປະສອງຝ່າຍຍັງຈະເດີນທາງໄປມອບ-ຮັບ ເຄື່ອງຫູຟັັງ (Audio) ຈໍານວນ 75 ຊຸດ ໃຫ້ແກ່ຫ້ອງການທ່ອງທ່ຽວເມືອງວຽງໄຊ, ແຂວງຫົວພັນ ເພື່ອນໍາໃຊ້ເຂົ້າໃນການບໍລິການການທ່ອງທ່ຽວຢູ່ເມືອງວຽງໄຊ.
ໃນການພົບປະສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ພັດທະນາະຫຍາຍມາເປັນເວລາ 72 ປີ ແລະ ໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຮອບດ້ານ. ການນໍາສອງປະເທດມີການໄປມາຫາສູ່ຢ່າງເປັນປົກກະຕິ, ບັນດາຂະແໜງການ ຂອງລາວ ແລະ ອົດສະຕຣາລີ ໄດ້ມີການພົວພັນຮ່ວມມືຢ່າງມີປະສິດທິພາບ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ. ພ້ອມນີ້, ສອງຝ່າຍ ເຫັນດີພົວພັນຮ່ວມມື ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ພັດທະນາຢ່າງບໍ່ຢຸດຢັ້ງ.
ການພົບປະຫາລື ໄດ້ດໍາເນີນໄປຢ່າງໄມຕິຈິດມິດຕະພາບ ແລະ ມີບັນຍາກາດ ເຮັດໃຫ້ ມີເນື້ອໃນອຸດົມສົມບູນ ແລະ ສໍາເລັດຢ່າງຈົບງາມ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10