ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສປ ຈີນ
ເຜີຍແຜ່ໂດຍ: moderator ເວລາ: 28/02/2025 11:10:54 ຈຳນວນຢ້ຽມຊົມ 81 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ, ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ພັກ ປປ ລາວ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສປ ຈີນ ແຕ່ວັນທີ 26 ກຸມພາ ຫາ 1 ມີນາ 2025.
ໃນໄລຍະຢ້ຽມຢາມ, ສະຫາຍ ບຸນທອງ ຈິດມະນີ ໄດ້ພົບປະເຮັດວຽກກັບ ສະຫາຍ ຊ້າຍ ສີ, ກໍາມະການປະຈໍາກົມການເມືອງສູນກາງພັກ, ເລຂາ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຈີນ ໃນວັນທີ 27 ກຸມພາ 2025. ໃນການພົບປະ, ຝ່າຍລາວ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ຮອບດ້ານ ທີ່ປະຊາຊົນຈີນອ້າຍນ້ອງ ຍາດໄດ້ໃນຕະຫຼອດໄລຍະຜ່ານມາ ໃນການສ້າງສາປະເທດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງ ພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພົ້ນເດັ່ນພາຍໃນ ພັກ, ສປປ ລາວ, ໂດຍສະເພາະແມ່ນ ການກະກຽມວຽກງານຮອບດ້ານໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ແລະ ຕີລາຄາ ສະພາບລວມການພົວພັນຮ່ວມມືສອງຝ່າຍ ກໍ່ຄື ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນປີ 2024 ຜ່ານມາ ແລະ ຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ.
ສະຫາຍ ຊ້າຍ ສີ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາອັນໜັກແໜ້ນ ຂອງ ພັກ ປປ ລາວ ທີ່ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຍາດໄດ້ຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ແລະ ຕີລາຄາສູງ ຕໍ່ ພັກ ປປ ລາວ ທີ່ຖືສໍາຄັນໃນການແລກປ່ຽນບົດຮຽນການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ ກັບ ພັກກອມມູນິດຈີນ; ເຫັນດີເປັນເອກະພາບກັບຝ່າຍລາວ ໃນການຕີລາຄາການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ທີ່ພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດການພົວພັນຂອງສອງຝ່າຍເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຊີ້ນໍາ ຂອງ ການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ, ການພົວພັນຮ່ວມມືສອງຝ່າຍ ກໍ່ຄື ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ຢູ່ ນະຄອນຫຼວງປັກກິ່ງ, ສະຫາຍ ບຸນທອງ ຈິດມະນີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການກະກຽມກອງປະຊຸມໃຫຍ່ ຂອງພັກ ກັບ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນຄົ້ນຄວ້າປະຫວັດສາດ-ເອກະສານພັກ ຂອງ ສູນກາງພັກກອມມູນິດຈີນ. ນອກນັ້ນ, ຍັງໄດ້ພົບປະກັບ ສະຫາຍ ເສິນ ມິນເອີ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກ ນະຄອນທຽນຈິນ; ໄດ້ຢ້ຽມຢາມພື້ນຖານວັດທະນະທໍາ, ການຜະລິດອຸດສາຫະກໍາ-ການຂົນສົ່ງສິນຄ້າທີ່ທັນສະໄໝ ແລະ ສະຖານທີ່ປະຫວັດສາດຈໍານວນໜຶ່ງ ຂອງນະຄອນທຽນຈິນ ຕື່ມອີກ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10