ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄັ້ງທີ II ຂອງຄະນະພົວພັນຕ່າງປະເທດສູນກາງພັກ.
ເຜີຍແຜ່ໂດຍ: moderator ເວລາ: 26/02/2025 15:29:23 ຈຳນວນຢ້ຽມຊົມ 94 ຄັ້ງ ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄັ້ງທີ II ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂື້ນໃນວັນ 25 ກຸມພາ 2025 ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຫຼັກ 6) ໂດຍການເປັນປະທານຂອງສະຫາຍ ນາງ ສິຣິພອນ ຄູຫາເທບ, ປະທານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ນາງ ສິລິກິດ ບຸບຜາ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ. ພ້ອມນັ້ນ, ຍັງມີບັນດາສະຫາຍເລຂາໜ່ວຍພັກ, ບັນດາສະຫາຍຈາກໜ່ວຍແມ່ຍິງຮາກຖານພາຍໃນ ຄຕພ, ບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນຈາກອົງການຈັດຕັ້ງສະຫະພັນແມ່ຍິງສູນກາງ ແລະ ກະຊວງການຕ່າງປະເທດເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງ ໂດຍສະຫາຍ ນາງ ພູສີ ວົງແພງຄໍາ, ຮອງປະທານສະຫະພັນແມ່ຍິງ ຄຕພ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຮອບດ້ານທີ່ສະຫະພັນແມ່ຍິງ ຄຕພ ສາມາດຍາດມາໄດ້ ໃນໄລຍະ 4 ປີຜ່ານມາ (2020-2024). ພ້ອມນັ້ນຍັງໄດ້ຕີລາຄາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ແລະ ມີຜົນສໍາເລັດຫຼາຍກວ່າເກົ່າ. ກອງປະຊຸມຍັງໄດ້ເປັນເອກະພາບໃນການວາງທິດທາງ ແລະ ຄາດໝາຍຊູ້ຊົນໃນຊຸມປີຕໍ່ໜ້າ (2025-2029).
ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານຊຸດໃຫມ່ ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ຈໍານວນ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງສະມາຊິກສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຫັນດີເປັນເອກະສັນເລືອກເອົາສະຫາຍ ນາງ ສຸກສະຫວັນ ແກ້ວວິໄລ ເປັນປະທານ; ສະຫາຍ ນາງ ພັນທະລາພອນ ດໍາລົງບຸນ ເປັນຮອງປະທານ (ຜູ້ທີ 1) ທັງເປັນປະທານກວດກາ; ສະຫາຍ ນາງ ພູສີ ວົງແພງຄໍາ ເປັນຮອງປະທານ (ຜູ້ທີ 2); ສະຫາຍ ນາງ ວັນຄໍາ ວິຊາວັນ ເປັນກໍາມະການ ແລະ ສະຫາຍ ນາງ ສົມປາທະໜາ ວົງປະຊາ ເປັນກໍາມະການ.
ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງທີ່ໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ນາງ ສິລິກິດ ບຸບຜາ, ກໍາມະການຄະນະພັກ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເຊິ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສໍາເລັດ, ຜົນງານຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ໃນຊຸມປີຕໍ່ໜ້າ ເພື່ອເປັນເຂັມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງສຳຄັນໃຫ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດໃຫມ່ ນໍາໄປຄົ້ນຄວ້າ ແລະ ຜັນຂະຫຍາຍເຂົ້າໃນການນໍາພາ-ຊີ້ນໍາວຽກງານແມ່ຍິງຂອງຄະນະພົວພັນຕ່າງປະເທດສູນກາງພັກໃນຕໍ່ໜ້າໃຫ້ມີຜົນສໍາເລັດຫຼາຍກວ່າເກົ່າ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10