ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ກອງພົນທະຫານຮາບທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ລະນຶກວັນຄ້າຍວັນເກີດຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ
ເຜີຍແຜ່ໂດຍ: moderator ເວລາ: 10/02/2025 15:31:26 ຈຳນວນຢ້ຽມຊົມ 116 ຄັ້ງ ໃນຕອນເຊົ້າວັນທີ 07 ກຸມພາ 2025 ທີ່ສະໂມສອນກອງພົນທະຫານຮາບທີ 1, ເມືອງວັງວຽງ, ແຂວງວຽງຈັນ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ກອງພົນທະຫານຮາບທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ລະນຶກວັນຄ້າຍວັນເກີດຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16/2/1942 - 16/2/2025). ໃນພິທີດັ່ງກ່າວ ຍັງມີການວາງສະແດງຮູບພາບ, ປື້ມ ແລະ ສາຍວີດີໂອ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ໃນໄລຍະທີ່ຜ່ານມາ ແລະ ໃນປະຈຸບັນ.
ໃຫ້ກຽດເຂົ້າຮ່ວມໃນພິທີປາຖະກະຖາໃນຄັ້ງນີ້ມີ: ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ,ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ, ຫົວໜ້າການເມືອງກອງພົນທະຫານຮາບທີ່ 1; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາສະຫາຍການນໍາ, ນາຍ ແລະ ພົນທະຫານ, ຄະນະກົມ, ຄະນະພະແນກ, ພະນັກງານ ແລະ ແຂກທີ່ມາຈາກກອງພົນທະຫານຮາບທີ 1 ແລະ ພາກສ່ວນກ່ຽວຂ້ອງຜູ້ເຂົ້າຮ່ວມປະມານ 300 ສະຫາຍ.
ໃນພິທີ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາ ເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາ ແລະ ຜົນງານຂອງ ປະທານ ກິມ ເຈິງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ຍັງໄດ້ຍົກໃຫ້ເຫັນອັນພົ້ນເດັ່ນທີ່ທ່ານ ກິມ ເຈິງ ອິນ, ໄດ້ສ້າງຜົນງານໃນການເຄື່ອນໄຫວຂອງພັກ, ວຽກງານປ້ອງກັນຊາດ, ການຕໍ່ສູ້ຕໍ່ຕ້ານສັດຕູ, ຂະແໜງການເສດຖະກິດ, ວັດທະນາທຳ ແລະ ເນັ້ນເຖິງນະໂຍບາຍອາວຸດນິວເຄຼຍຂອງ ສປປ ເກົາຫຼີ ໄດ້ຖືກຮັບຮອງເປັນກົດໝາຍຢ່າງເປັນທາງການ ຊຶ່ງເປັນການສະແດງໃຫ້ເຫັນເຖິງຈຸດຢືນເປັນເອກະລາດ, ແນວຄິດປ້ອງກັນຕົວເອງ ແລະ ພາລະບົດບາດທາງຍຸດທະສາດຂອງລັດຖະບານ ສປປ ເກົາຫຼີ ແລະ ກົດໝາຍດັ່ງກ່າວກໍສາມາດເປັນສິ່ງທີ່ຄໍ້າປະກັນດ້ານຄວາມປອດໄພ ເປັນເວລາ 1 ໝື່ນປີ ໃນການພັດທະນາຂອງ ສປປ ເກົາຫຼີ ໃນປະຈຸບັນພາຍໃຕ້ການນໍາພາ ຂອງພັກແຮງງານເກົາຫຼີ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ. ພ້ອມດຽວກັນນີ້ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງທີ່ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນເຂົ້າໃນພະລາກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນຂົງເຂດພາກພື້ນ ແລະ ໃນໂລກ. ນອກຈາກນີ້ກໍ່ໄດ້ຊົມການສະແດງສີລະປະຮ່ວມສະໄໝຂອງ ສປປ ລາວ ແລະ ສປປ ເກົາຫຼີ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10