ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ປະຈຳປີ 2025 ທີ່ນະຄອນຫລວງວຽງຈັນ, ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 10/02/2025 15:24:33 ຈຳນວນຢ້ຽມຊົມ 132 ຄັ້ງ ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ, ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນ, ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025. ໃນກອງປະຊຸມດັ່ງກ່າວ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການສາກົນ ແລະ ພາກພື້ນ ທີ່ມີຄວາມສົນໃຈຮ່ວມກັນ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງພັກ-ສອງລັດ ໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ບົດບັນທຶກກອງປະຊຸມ ຄັ້ງທີ 14 ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ ແລະ ໄດ້ປຶກສາຫາລື ເປັນເອກະພາບ ກ່ຽວກັບທິດທາງເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ ລາວ-ກໍາປູເຈຍ.
ສອງຝ່າຍ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືແບບຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສອງຝ່າຍ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາເລັດກອງປະຊຸມສຸດຍອດ ລະຫວ່າງພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ ໃນຄັ້ງນີ້, ເຊິ່ງຈະເປັນຂີດໝາຍໃໝ່ສໍາຄັນໃນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ທີ່ ປະຊາຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະ ນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນຜູ້ນຳໜ້າ, ອັນໄດ້ເຮັດໃຫ້ ກຳປູເຈຍ ມີການພັດທະນາຢ່າງໃຫຍ່ຫຼວງ ແລະ ຮອບດ້ານ.
ສົມເດັດ ຮຸນແຊນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສຳເລັດອັນສຳຄັນ ທີ່ປະຊາຊົນລາວສາມາດຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫຼາດສ່ອງໃສ ຂອງ ພັກ ປປ ລາວ ໃນການສ້າງສາພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ ສປປ ລາວ.
ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກ ປປ ລາວ ແລະ ສົມເດັດ ຮຸນແຊນ, ປະທານພັກ ປະຊາຊົນ ກໍາປູເຈຍ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ພາຍຫຼັງການພົບປະ, ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນສັກຂີພິຍານການລົງນາມ ເອກະສານຮ່ວມມືສອງພັກ ຈຳນວນໜຶ່ງ ແລະ ໃນຕອນທ່ຽງຂອງວັນດ່ຽວກັນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງເປັນກຽດຕ້ອນຮັບ ສົມເດັດ ຮຸນແຊນ ພ້ອມດ້ວຍຄະນະ.
06/03/2025 14:43:44
04/03/2025 14:25:43
28/02/2025 11:10:54
26/02/2025 15:29:23
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
14/07/2022 15:49:10