ຮັກສາການຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ສ. ອາເມຣິກາ ປະຈໍາ ສປປ ລາວ.
ເຜີຍແຜ່ໂດຍ: moderator ເວລາ: 04/02/2025 11:03:25 ຈຳນວນຢ້ຽມຊົມ 30 ຄັ້ງ ໃນຕອນເຊົ້າຂອງວັນທີ 03 ກຸມພາ 2025, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ. ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ໃນໂອກາດດັ່ງກ່າວ ທ່ານທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານຮັກສາການຫົວໜ້າ ຄຕພ, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ສະຖານທູດ ຈະສືບຕໍ່ປະກອບສ່ວນຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ອາເມຣິກາ-ລາວ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງການພົບປະໃນຄັ້ງນີ້ລາຍງານພາກສ່ວນທີ່ກ່ຽວຂ້ອງຂອງອາເມຣິກາ ເພື່ອພິຈາລະນາການສືບຕໍ່ຮ່ວມມືກັນໃນຕໍ່ໜ້າ; ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ໃນການປະຕິບັດນະໂຍບາຍມະນຸດສະທໍາໃນໂຄງການ ຊອກຫາສິ່ງເສດເຫຼືອຂອງ ທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ລາວ (MIA) ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນຂອງທ່ານຮັກສາການຫົວໜ້າ ຄຕພ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງ ສະຖານທູດອາເມຣິກາ ແລະ ຄຕພ ເພື່ອປະກອບສ່ວນເຂົ້າໃນການພົວພັນຮ່ວມມືຂອງສອງປະເທດໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ເເໜ້ນເເຟ້ນຍິ່ງໆຂຶ້ນ.
ທ່ານ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງປະເທດທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຮ່ວມມືກັບ ສປປ ລາວ ໃນບັນດາໂຄງການ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ການຕ້ານຢາເສບຕິດ, ການຄ້າ, ການລົງທຶນ, ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ອື່ນໆ. ພ້ອມນັ້ນກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ສປປ ລາວ ເປັນປະທານ ໝູນວຽນອາຊຽນ ຢ່າງມີຜົນສໍາເລັດ, ເຊື່ອໝັ້ນວ່າ ການປະຕິບັດໜ້າທີ່ຂອງທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ບົນພື້ນຖານແຫ່ງສາຍພົວພັນການທູດ ລາວ-ອາເມຣິກາ ຄົບຮອບ 70 ປີ ແລະ ຖະເເຫຼງການຮ່ວມ ວ່າດ້ວຍການເປັນຄູ່ຮ່ວມມືແບບກວມລວມລະ ຫວ່າງ ສອງປະເທດ.
ໃນຕອນທ້າຍ, ສອງຝ່າຍ ເຫັນດີ ຕໍ່ການຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາໂດຍຈະສືບຕໍ່ຊຸກຍູ້ການພົວພັນໃນຕໍ່ໜ້າໃຫ້ມີໝາກຜົນຍິ່ງໆຂຶ້ນ.
04/02/2025 11:03:25
03/02/2025 08:56:07
21/01/2025 15:13:32
14/01/2025 14:03:54
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
16/03/2022 08:33:46