ກອງປະຊຸມໃຫຍ່ ສະມາຊິກສະຫະພັນກຳມະບານ ຄຕພ ຄັ້ງທີ II
ເຜີຍແຜ່ໂດຍ: moderator ເວລາ: 03/02/2025 08:56:07 ຈຳນວນຢ້ຽມຊົມ 42 ຄັ້ງ ໃນຕອນເຊົ້າ ຂອງວັນທີ 31 ມັງກອນ 2025, ສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັັກ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ຄັ້ງທີ II ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ເກີລໍ ຢ່າງກໍ່, ກຳມະການ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານ ສະຫະ ພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ, ຮອງປະທານ ສູນກາງສະຫະພັນກຳມະບານລາວ. ພ້ອມນັ້ນ, ຍັງມີບັນດາສະຫາຍໃນຄະນະພັກ, ເລຂາໜ່ວຍພັກ, ບັນດາສະຫາຍຕາງໜ້າອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ຄຕພ, ມີຜູ້ຕາງໜ້າຈາກອົງການກຳມະບານອ້ອມຂ້າງ ຫຼັກ 06, ກະຊວງການຕ່າງປະເທດ ແລະ ສະມາຊິກກຳມະບານ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງ ການຜ່ານບົດລາຍງານການເມືອງ ໂດຍ ສະຫາຍ ສິງຫານະຄອນ ສີຫາລາດ, ກຳມະການຄະນະບໍລິຫານງານ ສະຫະພັນກຳມະບານ ຄຕພ ເຊິ່ງໄດ້ຊີ້ໃຫ້ເຫັນເຖິງຜົນສໍາເລັດຮອບດ້ານ ທີ່ສະຫະພັນກຳມະບານ ຄຕພ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ຄາດໝາຍສູ້ຊົນໃນຕໍ່ຫນ້າ ໂດຍສະເພາະແມ່ນ ບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດແຜນງານ-ໂຄງການທີ່ກຳນົດໄວ້, ຍົກສູງຄວາມເປັນເຈົ້າການ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ສ້າງຖັນແຖວສະມາຊິກກຳມະບານໃຫ້ເຂັ້ມແຂງ ກ້າວໜ້າ ທັນສະໄໝ ແລະ ອັນພົ້ນເດັ່ນແມ່ນ ສະຫະພັນກຳມະບານ ຄຕພ ສາມາດຮັກສາໄດ້ ນາມມະຍົດກຳມະບານ 05 ເປັນເຈົ້າ 04 ປີ ຕິດຕໍ່ກັນ. ໃນກອງປະຊຸມ, ສະຫາຍ ເກີລໍ່ ຢ່າງກໍ່ ໄດ້ຜ່ານບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານສະຫະພັນກຳມະບານ ຄຕພ ສະໄໝທີ I ໂດຍໄດ້ຕີລາຄາການນຳພາ-ຊີ້ນຳຂອງ ຄະນະບໍລິຫານງານກຳມະບານ ໃນໄລຍະຜ່ານມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ ການນໍາພາ - ຊີ້ນໍາ ການເຄື່ອນໄຫວກຳມະບານໃນຕໍ່ໜ້າ ມີທ່ວງທ່າທີ່ຕັ້ງໜ້າ ແລະ ມີຜົນສໍາເລັດຫຼາຍກວ່າເກົ່າ ໃນຊຸມປີຕໍ່ໜ້າ.
ໃນກອງປະຊຸມ ຍັງໄດ້ຈັດພິທີມອບທຸງໄຊກຳມະບານ 05 ເປັນເຈົ້າ, ປ້າຍກຽດຕິຍົດ ແລະ ປະດັບຫຼຽນກາໃຫ້ແກ່ ສະຫະພັນກຳມະບານ ຄຕພ ເຊິ່ງໃຫ້ກຽດປະດັບໂດຍ ສະຫາຍ ວິໄລ ວົງຂະເສີມ, ຮອງປະທານ ສູນກາງສະຫະພັນກຳມະບານລາວ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນກາ ໃຫ້ 06 ກຳມະບານຮາກຖານ ຂອງ ສະຫະພັນກຳມະບານ ຄຕພ.
ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດໃໝ່ ຈໍານວນ 09 ສະຫາຍ, ຍິງ 01 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງ ຄະນະຂອງຄະນະບໍລິຫານງານຊາວໜຸ່ມ ຄຕພ ໄດ້ຕົກລົງ ເລືອກເອົາ ສະຫາຍ ຈັນທະະພອນ ຄຳມະນີຈັນ, ເປັນປະທານສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ທອງດົມ ອິນທະພົນ, ເປັນຮອງປະທານ (ຜູ້ທີ 01), ສະຫາຍ ທອງດົມ ອິນທະພົນ ເປັນຮອງປະທານ (ຜູ້ທີ02) ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ, ເປັນຮອງປະທານກວດກາ.
ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະ ພັກ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ, ຮອງປະທານ ສູນກາງສະຫະພັນກຳມະບານລາວ, ເຊິ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສຳເລັດ, ຜົນງານຂອງຄະນະບໍລິຫານງານກຳມະບານ ຄຕພ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານກຳມະບານ ຄຕພ ໃນຊຸມປີຕໍ່ໜ້າ ເພື່ອເປັນເຂັມທິດເຍືອງທາງ ແລະ ເປັນບ່ອນອີງສຳຄັນ ໃຫ້ແກ່ຄະນະບໍລິຫານງານກຳມະບານ ຄຕພ ຊຸດໃໝ່ ນຳໄປຄົ້ນຄວ້າ ແລະ ຜັນຂະຫຍາຍ ເຂົ້າໃນການນຳພາ-ຊີ້ນຳວຽກງານກຳມະບານ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ ໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
04/02/2025 11:03:25
03/02/2025 08:56:07
21/01/2025 15:13:32
14/01/2025 14:03:54
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
16/03/2022 08:33:46