ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ (28 ມັງກອນ 1853 – 28 ມັງກອນ 2025)
ເຜີຍແຜ່ໂດຍ: moderator ເວລາ: 28/01/2025 15:29:28 ຈຳນວນຢ້ຽມຊົມ 37 ຄັ້ງ ໃນຕອນເຊົ້າວັນທີ 28 ມັງກອນ 2024, ສະມາຄົມມິດຕະພາບ ລາວ - ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ (28 ມັງກອນ1853 – 28 ມັງກອນ 2025) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ - ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ນາງ ບັນດິດ ປະທຸມວັນ, ອະດີດຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະມາຄົມມິດຕະພາບ ລາວ - ກູບາ; ທ່ານ ນາງ ແອນນາ ເອັດເຕ ວຽງ ວາເດສ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ແລະ ບັນດາທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ - ກູບາ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຂອງ ຄຕພ, ຜູ້ຕາງໜ້າຈາກຫ້ອງວ່າການນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວທີ່ຈົບຈາກກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະພາບ ລາວ - ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮ່ເຊ ມາຣຕີ, ຜູ້ທີ່ໄດ້ເສຍ ສະຫຼະເພື່ອການປະຕິວັດ ຂອງກູບາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ກູບາ ຄົບ ຮອບ 50 ປີ ແລະ ທັງເປັນການປະກອບສ່ວນຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ - ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ແລະ ພ້ອມທັງເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນກູບາ ແລະ ຮຽນຮູ້ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮ່ເຊ ມາຣຕີ, ວິລະຊົນແຫ່ງຊາດກູບາ.
04/02/2025 11:03:25
03/02/2025 08:56:07
21/01/2025 15:13:32
14/01/2025 14:03:54
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
12/07/2023 14:43:30
30/03/2023 15:30:06
09/12/2022 14:35:10
14/07/2022 14:18:48
04/04/2023 15:42:25
14/07/2022 15:49:10
16/03/2022 08:33:46