ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງຕ່າງປະເທດອ້ອມຂ້າງ ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ເຜີຍແຜ່ໂດຍ: moderator ເວລາ: 27/05/2025 14:57:45 ຈຳນວນຢ້ຽມຊົມ 62 ຄັ້ງ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກກອມມູນິດຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.
ໃນກອງປະຊຸມດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຕາງໜ້າ ພັກ ປປ ລາວ ປະກອບຄໍາເຫັນໃນຫົວຂໍ້ຍ່ອຍກ່ຽວກັບ “ເປີດກວ້າງການແລກປ່ຽນໄປມາຫາສູ່ກັນ ແລະ ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ”, ໂດຍໄດ້ເນັ້ນວ່າ: ກອງປະຊຸມຄັ້ງນີ້ ເປັນໂອກາດອັນດີແກ່ບັນດາພັກການເມືອງປະເທດອ້ອມຂ້າງ ສປ ຈີນ, ລວມທັງ ພັກປະຊາຊົນ ປະຕິວັດລາວ ໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນດ້ານອະລິຍະທໍາທີ່ຫຼາກຫຼາຍ ເພື່ອປະກອບສ່ວນເຂົ້າໃນການສ້າງຊາຕາກໍາຮ່ວມຂອງມວນມະນຸດໂລກ, ແນໃສ່ການເສີມສ້າງ ສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ, ເຊິ່ງພັກກອມມູນິດຈີນ ໄດ້ເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ເປີດກ້ວາງການແລກປ່ຽນໄປມາຫາຫາສູ່ກັນ, ລົງເລິກຮໍ່າຮຽນເຊິ່ງກັນແລະກັນ ທາງດ້ານອະລິຍະທໍາ, ໂດຍສະເພາະ ຜົນສໍາເລັດການຫັນເປັນທັນສະໄຫມແບບຈີນ ທີ່ມີເປົ້າໝາຍ ເພື່ອຮັບປະກັນໃຫ້ແກ່ການພັດທະນາຢ່າງຮອບດ້ານ, ເຮັດໃຫ້ປະຊາຊົນມີຄວາມຜາສຸກ ເຊິ່ງຖືເປັນບົດຮຽນອັນລ້ຳຄ່າ ແລະ ເປັນກຳລັງແຮງພັກດັນອັນສຳຄັນ ໃຫ້ແກ່ບັນດາພັກການເມືອງໃນທົ່ວໂລກ ກໍຄື ພັກ ປປ ລາວ. ພ້ອມນັ້ນ ສະຫາຍ ນາງ ວິລະວອນ ພັນທະວົງ ຍັງໄດ້ເນັ້ນຕື່ມວ່າ ການໄປມາຫາສູ່ກັນ ແລະ ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ເປັນເງື່ອນໄຂໃໝ່ ທີ່ຈະເຮັດໃຫ້ບັນດາອາລິຍະທຳ ທີ່ມີຄວາມຫຼາກຫຼາຍໃນທົ່ວໂລກ ໄດ້ມີການເຊື່ອມໂຍງເຂົ້າກັນ, ທັງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຈິງໃຈຂອງພັກ, ລັດຈີນ ຕໍ່ ບັນດາປະເທດອ້ອມຂ້າງ ກໍ່ຄື ຂະບວນວິວັດແຫ່ງການພັດທະນາຂອງມວນມະນຸດ; ພັກ ປປ ລາວມີຄວາມຍິນດີເພີ່ມທະວີການໄປມາຫາສູ່ກັນ ແລະ ແລກປ່ຽນບົດຮຽນດ້ານອະລິຍະທໍາ ກັບ ພັກກອມມູນິດຈີນ ແລະ ພັກການເມືອງອ້ອມຂ້າງ ເພື່ອເປັນກໍາລັງແຮງໃນການຊຸກຍູ້ການພັດທະນາຂອງມວນມະນຸດ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.
ໃນຕອນຄໍ່າຂອງວັນທີ 26 ພຶດສະພາ 2025, ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຈິນຊິນ, ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດກອງປະຊຸມສົນທະນາສາກົນ ທີ່ ພັກກອມມູນິດຈີນ ກໍ່ຄື ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ເປັນເຈົ້າພາບຈັດໃນຄັ້ງນີ້, ຕີລາຄາສູງ ຕໍ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນ ໃນຕະຫຼອດໄລຍະຜ່ານມາ, ຍິນດີຮ່ວມກັບຝ່າຍຈີນ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງ ການນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະພາບ ກ່ຽວກັບ ການຮ່ວມມືທາງດ້ານຍຸດທະສາດ ກໍ່ຄື ທິດທາງການຈັດຕັ້ງປະຕິບັດແຜນແມ່ບົດ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ສະຫາຍ ຈິນຊິນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສົນທະນາສາກົນ ໃນຄັ້ງນີ້, ຕີລາຄາສູງ ການພົວພັນຮ່ວມມື 2 ຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍຢູ່ໃນລະດັບທີ່ດີທີ່ສຸດໃນປະຫວັດສາດ ການພົວພັນ ຈີນ-ລາວ ແລະ ຢືນຢັນ ຈະຮ່ວມກັບຝ່າຍລາວ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຕັ້ງໜ້າຊຸກຍູ້ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ປະກົດຜົນເປັນຈິງດ້ວຍມາດຕະຖານສູງ.
ໃນໂອກາດການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ໄປຢ້ຽມຊົມ ການກໍ່ສ້າງຮາກຖານພັກ ແລະ ພື້ນຖານການຜະລິດຈໍານວນໜຶ່ງ ທີ່ນະຄອນຫຼວງປັກກິ່ງ
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46