ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 81 ປີ
ເຜີຍແຜ່ໂດຍ: moderator ເວລາ: 27/08/2026 13:25:17 ຈຳນວນຢ້ຽມຊົມ 177 ຄັ້ງ ໃນຕອນເຊົ້າວັນທີ 27 ສິງຫາ 2026, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ (19/8/1945–19/8/2026) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945–2/9/2026) ຄົບຮອບ 81 ປີ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ມິງ ເຕີມ ພ້ອມດ້ວຍພະນັກງານສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ຜ່ານສະຫາຍ ໄປຍັງ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດຫວຽດນາມ ກໍຄື ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ສາມາດຍາດໄດ້ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ຮອບດ້ານ ຕະຫຼອດໄລຍະ 81 ປີ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຖືກຕ້ອງສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ເຮັດໃຫ້ປະເທດຊາດຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ; ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງພັກກອມມູນິດຫວຽດນາມ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ວາງອອກຢ່າງມີໄຊ ເພື່ອສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ວັດທະນະຖາວອນ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະແດງຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູມຄູນສ້າງ ຈາກບັນດາຮຸ່ນການນຳ ຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມສ້າງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ຕີລາຄາສູງ ແລະ ຊົມເຊີຍການປະຕິບັດໜ້າທີ່ຂອງ ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ ແລະ ເປັນເສນາທິການທີ່ດີໃຫ້ແກ່ ການພົວພັນສອງພັກ, ສອງປະເທດ ຕະຫຼອດໄລຍະຜ່ານມາ, ພ້ອມທັງສະແດງຄວາມຍິນດີຮ່ວມກັບ ສະຖານທູດ ແລະ ພາກສ່ວນກ່ຽວຂ້ອງຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືຂອງ ສອງພັກ, ສອງປະເທດ ໃຫ້ມີປະສິດທິຜົນກວ່າເກົ່າ. ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໃຫ້ສະໜັບສະໜູນຊ່ວຍເຫຼືອຕໍ່ການປະຕິວັດລາວ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນເຫຼືອ ພັນດານຸວົງ ທີ່ໄດ້ນໍາພາຄະນະ ມາອວຍພອນໃນຄັ້ງນີ້ ແລະ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ, ພ້ອມທັງ ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ໃນການພົວພັນຮ່ວມມື ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ລາວ-ຫວຽດນາມ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີອັນພິເສດ ລາວ-ຫວຽດນາມ. ພ້ອມນັ້ນ, ສະຫາຍ ຫງວຽນ ມິງ ເຕີມ ຢືນຢັນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍ, ມີປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ./
08/09/2026 12:42:37
03/09/2026 14:10:36
28/08/2026 17:29:08
27/08/2026 13:25:17
27/08/2026 08:46:58
25/08/2026 14:08:13
14/08/2026 09:27:49
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
29/07/2022 15:17:46
16/07/2025 16:30:18
13/06/2023 14:17:31



