ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດຣັດເຊຍ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 22/01/2026 08:21:21 ຈຳນວນຢ້ຽມຊົມ 88 ຄັ້ງ ໃນຕອນເຊົ້າຂອງ ວັນທີ 21 ມັງກອນ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ຊົດສະກີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ທ່ານ ເຊຣເກ ຊົດສະກີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ ຜູ້ໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ແລະ ປະສົບການຂອງທ່ານທູດ, ການພົວພັນຮ່ວມມື ລາວ-ຣັດເຊຍ ທີ່ມີຄວາມໜັກແໜ້ນຢູ່ແລ້ວ ໂດຍສະເພາະທາງດ້ານການເມືອງ ກໍຄື ການພົວພັນ ລະຫວ່າງ ສອງພັກກໍາອໍານາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານການສຶກສາ ຈະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຍິ່ງຂຶ້ນ. ສ່ວນການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານກະສິກາໍ, ການທ່ອງທ່ຽວ, ການທູດປະຊາຊົນ ແລະ ການຮ່ວມມື ລະຫວ່າງ ອົງການຈັດຕັ້ງມະຫາຊົນ, ຄະນະພົວພັນຕ່າງປະເທດ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ສະຖານທູດ ເພື່ອຊຸກຍູ້ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອຜົນປະໂຫຍດຕົວຈິງຂອງ ປະຊາຊົນສອງຊາດ ກໍຄື ເພື່ອສົ່ງເສີມສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ພ້ອມດຽວກັນນີ້, ທ່ານ ຫົວໜ້າ ຄຕພ ຍັງໄດ້ຖືໂອກາດດັ່ງກ່າວ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານຣັດເຊຍ ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານ ປກສ-ປກຊ, ທຶນການສຶກສາ, ມະນຸດສະທໍາ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ, ຊຶ່ງທັງໝົດລ້ວນແຕ່ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ທ່ານ ເຊຣເກ ຊົດສະກີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ ຜົນສໍາເລັດອັນຈົບງາມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ. ໃນການພົບປະ, ທ່ານທູດ ເຫັນດີເປັນເອກະພາບຕໍ່ກັບການຕີລາຄາຂອງ ທ່ານ ຫົວໜ້າ ຄຕພ ກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ທີ່ມີມາແຕ່ຍາວນານ ແລະ ພວມຢູ່ໃນບັນຍາກາດອັນຟົດຟື້ນ. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ແລກປ່ຽນຢ່າງກົງໄປກົງມາ ບາງບັນຫາທີ່ຍັງຄົງຄ້າງ ແລະ ຈໍາເປັນຈະຕ້ອງໄດ້ຊຸກຍູ້ຮ່ວມກັນໃນຕໍ່ໜ້າ, ປຶກສາຫາລືທິດທາງການຮ່ວມມືນໍາກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ພັກ-ລັດ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ອວຍພອນໃຫ້ ທ່ານ ເຊຣເກ ຊົດສະກີ, ເອກອັກຄະລັດຖະທູດຣັດເຊຍ ຈົງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
23/01/2026 13:31:30
22/01/2026 08:21:21
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
