ກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin ເວລາ: 11/03/2022 10:58:17 ຈຳນວນຢ້ຽມຊົມ 1344 ຄັ້ງ ໂດຍປະຕິບັດຕາມແຜນການຈັດກອງປະຊຸມທາງໄກຮ່ວມກັບບັນດາອົງການໄອຍະການປະຊາຊົນສາກົນ ຈຶ່ງໄດ້ຈັດກອງປະຊຸມຮ່ວມມືຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກົມແຜນການ ແລະ ຮ່ວມກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຂຶ້ນໃນວັນທີ 6 ສິງຫານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ວູທີຮາຍອຽນ ຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາ ພ້ອມດ້ວຍຄະນະທັງສອງຝ່າຍ.
ກອງປະຊຸມພົບສອງຝ່າຍໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນ ແລະ ແຜນການວຽກງານຂອງກອງປະຊຸມໄອຍະການ ຈີນ-ອາຊຽນ, ການຢ້ຽມຢາມແລກປ່ຽນບົດຮຽນ, ຖອດຖອນບົດຮຽນຄະນະຜູ້ແທນກ່ຽວກັບວາລະສານໄອຍະການປະຊາຊົນ, ການຈັດຝຶກອົບຮົມ, ການປຶກສາຫາລືການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນທ້າຍປີ 2021, ການຢ້ຽມຢາມຖາມຂ່າວຊຶ່ງກັນ ແລະ ກັນໃນການປະສານງານໃນຂົງເຂດວຽກງານ ແລະ ປະເທດຮ່ວມຍຸດທະສາດ, ການປຶກສາຫາລືການຈັດຕັ້ງປະຕິບັດການຮ່ວມມືຕາມບົດບັນທຶກຊ່ວຍຈຳ ລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.(ຂ່າວ-ພາບ: ແສງພະຈັນ)
23/10/2026 14:53:26
23/10/2026 14:49:48
16/10/2026 16:11:01
16/10/2026 16:08:08
16/10/2026 16:05:13
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
21/08/2025 18:05:43
15/10/2025 13:46:29
30/07/2025 16:01:28
16/07/2025 16:30:18

